ຫ້ອງຮຽນຂົງຈື້ໄທຈັດກິດກະກຳ "ຜູ້ນຳທ່ຽວນ້ອຍທີ່ໃຊ້ພາສາຈີນ" ຄັ້ງທຳອິດ
(GMT+08:00) 2010-02-08 17:38:17 cri
ຕາມຂ່າວສານຊິ່ນຮວາ: ວັນທີ 6 ກຸມພານີ້, ຫ້ອງຮຽນຂົງຈື້ຂອງສະຖາບັນອັດສາມຊັນຂອງໄທໄດ້ຈັດກິດຈະກຳ "ຜູ້ນຳທ່ຽວນ້ອຍທີ່ໃຊ້ພາສາຈີນ" ຄັ້ງທຳອິດ, ນັກຮຽນໄທ 10 ຄົນທີ່ມາຈາກສະຖາບັນດັ່ງກ່າວໄດ້ຮັບການອົບຮົມກ່ຽວກັບຄຸນສົມບັດຂອງຜູ້ນຳທ່ຽວແລະຄວາມຮູ້ພາສາຈີນໃນການທ່ອງທ່ຽວ. ນີ້ແມ່ນຫ້ອງຮຽນຂົງຈື້ຂອງໄທຈັດກິດຈະກຳແບບນີ້ເປັນເທື່ອທຳອິດ.
ຕອນເຊົ້າວັນທີ 6 ກຸມພານີ້, ພາຍໃຕ້ການນຳພາຂອງຜູ້ນຳທ່ຽວອາຊີບທີ່ເວົ້າພາສາຈີນແລະໄທຫຼ່ຽນໄຫຼ, ນັກຮຽນ 10 ຄົນໄດ້ໄປແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຕ່າງໆຂອງບາງກອກ, ເຊັ່ນ: ວັດເຈົ້າຊີວິດ, ວັດພະແກ້ວແລະວັດໂພ. ເມື່ອໄດ້ພົບນັກທ່ອງທ່ຽວຈີນ, ນັກຮຽນກໍ່ຈະໄປໂອ້ລົມກັນກັບເຂົາເຈົ້າຢ່າງສຸພາບ.
ນັກຮຽນທັງຫຼາຍເຫັນວ່າ, ນີ້ແມ່ນໂອກາດຮຽນພາສາທີ່ດີ, ໄດ້ເຜີຍແຜ່ວັດທະນະທຳໄທ, ແລະຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງຈີນກັບໄທ. ນັກທ່ອງທ່ຽວທີ່ມາຈາກຈີນຍ້ອງຍໍວ່າ, ບໍ່ເຄີຍຄິດວ່າ, ເດັກນ້ອຍໄທຈະສາມາດເວົ້າພາສາຈີນເກັ່ງປານນີ້.