黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາ​ທ່ານ​ກ້າວ​ເຂົ້າ​ສູ່​ນະ​ຄອນ​ຊິງ​ຕາວ ເຈົ້າ​ພາບ​ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ

2018-05-28 16:54:48 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພຶດ​ສະ​ພາ​ນີ້, ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເປີດ​ເຜີ​ຍວ່າ, ກອງ​ປະ​ຊຸມ​ຄັ້ງ​ທີ 18 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈະ​ຈັດ​ຂຶ້ນຢູ່​ນະ​ຄອນ​ຊິງ​ຕາວ​ແຂວງ​ຊ່ານ​ຕຸ່ງ​ແຕ່​ວັນ​ທີ 9 -10 ມິ​ຖຸ​ນາ​ໜ້ານີ້. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເປັນ​ປະ​ທານກອງ​ປະ​ຊຸມ​ທັງ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ. ຜູ້​ນຳ​ປະ​ເທດ​ສະ​ມາ​ຊິກ, ປະ​ເທດ​ສັງ​ເກດ​ການ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ແລະ​ຜູ້​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕາມ​ຄຳ​ເຊີນ.

ຮອດ​ເວ​ລາ​ນັ້ນ, ນະ​ຄອນ​ຊິງ​ຕາວ​ແຂວງ​ຊ່ານ​ຕຸ່ງ​ເຊິ່ງ​ເປັນຕົວ​ເມືອງ​ແຄມ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ຈະ​ດຶງ​ດູດ​ສາຍ​ຕາ​​ທົ່ວ​ໂລກ, ມື້​ນີ້​ພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ຊົມ​ເຈົ້າ​ພາບກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ----ນະ​ຄອນ​ຊິງ​ຕາວ​ທີ່​ສວຍ​ງາມ.

ຄຳ​ເຫັນ

0