黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມຣິກາ​ບໍ່​​ໄດ້ຜະ​ເຊີນ​ກັບ​ໄພ​ຂົ່ມຂູ່​ດ້ານ​​ນິວ​ເຄຼຍຈາກ ສປປ ​ເກົາຫຼີອີກ​ແລ້ວ

2018-06-14 14:45:12 CRI

ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ ກ່າວ​ໃນ​ວັນ​ທີ 13 ມິຖຸນາ​ນີ້​ວ່າ: ຫຼັງຈາກ​ຕົນ​ພົບ​ປະ​ກັບ​ທ່ານ​ກິມ​ເຈີງ​ອູ​ນ ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ ສປປ ​ເກົາຫຼີ, ອາ​ເມຣິກາ​ບໍ່​ໄດ້​ຜະ​ເຊີນ​ກັບ​ໄພ​ຂົ່ມຂູ່​ດ້ານ​ນິວ​ເຄຼຍຈາກ ສປປ ​ເກົາຫຼີອີກ​ແລ້ວ.

ຫຼັງຈາກ​ພົບ​ປະ​ກັບ​ທ່ານ​ກິມ​ເຈີງ​ອູ​ນ ຢູ່​ປະ​ເທດ​ສິງກະ​ໂປ, ທ່ານ​ໂດ​ໂນ ທຣຳ ​ໄດ້​ເດີນທາງ​ເຖິງ​ອາ​ເມຣິກາ​ໃນ​ຕອນ​ເຊົ້າວັນ​ທີ 13 ມິຖຸນາ​ນີ້ ​ແລະ ​ໄດ້​​ລົງ​ຄວາມ​ຄິດ​ເຫັນ​ຜ່ານ​ສື່​ສັງຄົມ​ອອນ​ລາຍຫຼັງ​ເຮືອບິນ​ລົງ​ຈອດ​ວ່າ: ການ​ພົບ​ປະກັນ​ລະຫວ່າງ​ຕົນ​ກັບ​ທ່ານ​ກິມ​ເຈີງ​ອູ​ນ​ແມ່ນ​ປະສົບ​ການ​ທີ່ດີ ​ແລະ​ມີ​ຄວາມ​ຕັ້ງໜ້າ, ສປປ ​ເກົາຫຼີມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະຫາສານ​ໃນ​ຕໍ່ໜ້າ ​​ແຕ່ບໍ່​ໄດ້​ເປັນ​ບັນຫາ​ໜັກໜ່ວງ ​ແລະ​ອັນຕະລາຍ​ກວ່າ​ໝູ່​ຕໍ່ອາ​ເມຣິກາ​ອີກ​ແລ້ວ.

ທ່ານ​ໂດ​ໂນ ທຣຳ ຍັງ​ກ່າວ​ຕື່ມ​ວ່າ: ຂໍ​ພຽງ​ແຕ່​ວ່າ ອາ​ເມຣິກາ ​ແລະ ສປປ ​ເກົາຫຼີມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ​ໃນ​ການ​ເຈລະຈາ​ໃນ​ຕໍ່ໜ້າ, ອາ​ເມຣິກາ​ກໍ​ຈະ​ສາມາດ​ປະຢັດ​ເງິນ​ໄດ້​ຈຳນວນຫຼວງຫຼາຍ ​ເພາະບໍ່​ຕ້ອງ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ອາ​ເມຣິກາ-ສ.​ເກົາຫຼີອີກ.

ຄຳ​ເຫັນ

0