覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ໂລກ​ຄາດ​ວ່າ​ເສດ​ຖະ​ກິດ​ຫວຽດ​ນາມ​ປີ​ນີ້​ຈະ​ຂະ​ຫຍາຍ​ຕົ​ວ 6,8%

2018-06-15 17:20:14 cri

ວັນ​ທີ 14 ມິ​ຖຸ​ນາ​ນີ້,ທະ​ນາ​ຄານ​ໂລກ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສະ​ພາບ​ເສດ​ຖະ​ກິດ​ຫວຽດ​ນາມ​ສະ​ບັບຫຼ້າ​ສຸດ​ໂດຍ​ຄາດ​ວ່າ ປີ 2018 ນີ້,ລວມຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນຫຼື GDPຂອງ​ຫວຽດ​ນາມ​ຈະ​ຂະ​ຫຍາຍ​ຕົວ 6,8% ສູງກວ່າ​ການ​ຄາດ​ຄະ​ເນ​ກ່ອນ​ໜ້າ​ນີ້​ວ່າ​ຈະ​ຂະ​ຫຍາຍ​ຕົວ​ໃນ​ລະ​ດັບ 6,5%.
 

 ບົດ​ລາຍ​ງານ​ລະ​ບຸ​ວ່າ: ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ທີ່​ເອື້ອ​ອຳ​ນວຍ, GDPຂອງ​ຫວຽດ​ນາມ​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້​ໄດ້​ຟື້ນ​ຄືນ​ຢ່າງ​ເດັ່ນ​ຊັດ ຄື​ຈັງ​ຫວະ​ການ​ເຕີບ​ໂຕ​ບັນ​ລຸ​ເກືອບ 7,4% ເຊິ່ງ​ກຳ​ລັງ​ຂັບ​ເຄື່ອນ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ລວມ​ທັງ​ການ​ຂະ​ຫຍາຍ​ຕົວ​ລັກ​ສະ​ນະ​ຮອບ​ວຽນ​ຂອງ​ຄວາມ​ຕ້ອງ​ການ​ໃນ​ໂລກ, ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ແລະ​ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ​ໄດ້​ຟື້ນ​ຄືນ​ກໍ​ຄື​ແຮງ​ງານ​ເຄື່ອນ​ຍ້າຍ​ຈາກ​ຂະ​ແໜງ​ການ​ກະ​ສິ​ກຳ​ໄປ​ສູ່​ຂະ​ແໜງ​ການ​ຜະ​ລິດ​ແລະ​ການ​ບໍ​ລິ​ການ.
 

ບົດ​ລາຍ​ງານ​ລະ​ບຸ​ຕື່ມ​ວ່າ: ເຖິງວ່າ​ສະ​ພາບ​ເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ໄລ​ຍະ​ສັ້ນ​ໄດ້​ດີ​ຂຶ້ນ​ກໍ​ຕາມ,ແຕ່​ກໍ​ຍັງ​ຜະ​ເຊີນ​ກັບ​ຄວາມ​ສ່ຽງຫຼາຍ​ສົມ​ຄວນ,ພາຍ​ໃນ​ຫວຽດ​ນາມ,ການ​ປັບ​ໂຄງ​ສ້າງ​ລັດ​ວິ​ສາ​ຫະ​ກິດ​ແລະ​ຂະ​ແໜງ​ການ​ທະ​ນາ​ຄານ​ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າ ເຊິ່ງ​ອາດ​ຈະ​ສົ່ງ​ຜົນ​ບໍ່​ດີ​ຕໍ່​ສະ​ພາບ​ການ​ທະ​ນາ​ຄານ​ດ້ານ​ມະ​ຫາ​ພາກ ທັງ​ເກີດ​ໜີ້​ສາ​ທາ​ລະ​ນະ​ຢ່າງຫຼວງຫຼາຍ; ສ່ວນ​ໃນ​ດ້ານ​ຄວາມ​ສ່​ຽງ​ພາຍນອກ​ລວມ​ທັງ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຮຸນ​ແຮງ​ຂຶ້ນ​ແລະ​ອື່ນໆ.

ຄຳ​ເຫັນ

0