尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ

2018-06-15 12:04:13 cri

圖片默認標題_fororder_x

ຕາມ​ຂ່າວCRI: ວັນ​ທີ 14 ມິ​ຖຸ​ນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ ໄມ ປົມ​ເປວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​​ຣິ​ກາ​ທີ່​​ຢ້ຽມ​ຢາມຈີນ.

ທ່ານ ສີ​ຈິ້ນ​ຜິງ ຊີ້​ວ່າ, ຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ຢ່າງກວ້າງ​ຂວາງ​ໃນ​ດ້ານ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ,ໄດ້​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ. ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ສາ​ມາດ​ບັນ​ລຸ​ວຽກ​ງານ​ສຳ​ຄັນ​ທີ່​ເປັນປະ​ໂຫຍດ​ຕໍ່​ສອງ​ປະ​ເທດ​ແລະ​ໂລກ. ຫວັງ​ວ່າ​ທີມ​ງານ​ຂອງ​ສອງ​ຝ່າຍ​ສາ​ມາດ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ກັນ,ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ,ຄວບ​ຄຸມ​ແລະ​ຄຸ້ມ​ຄອງ​ຄວາມ​ຂັດ​ແຍ້ງ​ກັນ ແລະ ເປີດກວ້າງ​ການ​ຮ່ວມ​ມືຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຂ້າ​ພະ​ເຈົ້າ​ກັບ​ທ່ານ​ໂດ​ໂນ ທ​ຣຳ ປ​ະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ທີ່​ໄດ້​ບັນ​ລຸໃນ​ການ​ພົບ​​ປະ​ກັນ​​ຢູ່ປັກ​ກິ່ງ,ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງ,ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນສອງ​ປະ​ເທດ​ກໍ່​ຄື​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ໃຫ້​ຫຼາຍ​ຂຶ້ນ.

​ໃນ​ໂອ​ກາດ​ນີ້, ທ່ານ ໄມ ປົມ​ເປວ ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ ໂດ​ໂນ ທ​ຣຳ ປ​ະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄປ​ຍັງທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໂດຍ​ສະ​ເພາະ​ແມ່ນ​ຂອບ​ໃຈ​ທ່ານ ສີ​ຈິ້ນ​ຜິງ ທີ່​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ແລະ​ການ​ຊ່ວຍ​ເຫຼືອ​ທີ່​ສຳ​ຄັນ​ກ່ຽວ​ກັບ​ບັນ​ຫາ​ແຫຼມ​ເກົາ​ຫຼີ. ທ່ານ ໄມ ປົມ​ເປວ ກ່າວ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະ​ມຸກ​ລັດຂອງ​ສອງ​ປະ​ເທດ, ສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຈີນ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ອາ​ເມ​ລິ​ກາ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ຈີນ,ຍິນ​ດີ​ເພີ່ມ​ທະ​ວີ​ການທຳ​ຄວາມ​ເຂົ້າ​ໃຈ​ກັບ​ຈີນ,ແກ້​ໄຂ​ບັນ​ຫາ​ທີ່​ພົ້ນ​ເດັ່ນ​ໃຫ້​ດີ,ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ,ພ້ອມ​ທັງປະ​ສານ​ງານຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງສາ​ກົນ​ແລະ​ພາກ​ພື້ນ. ອາ​ເມ​ຣິກາ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນິວເຄຼຍ​ຂອງ​ແຫຼມ​​ເກົາ​ຫຼີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ,ຍິນ​ດີ​ຮ່ວມ​ກັບ​ຈີນ​ທຳ​ຄວາມ​ພະ​ຍາ​ຍາມ,ຊຸກ​ຍູ້​ການ​ບັນ​ລຸ​ການ​ປອດ​ນິວ​ເຄຼຍ​ແລະ​ມີ​ສັນ​ຕິ​ພາບ​ຖາ​ວອນ​ຢູ່​ແຫຼມ​ເກົາ​ຫຼີ.

ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ​ການ​ບັນ​ລຸການ​ພົບ​ປະ​ຄັ້ງປະ​​ຫວັດ​ສາດ​ລະ​ຫວ່າງ​​ປະ​ທາ​ນາ​ທິ​ບໍ​ດີ ໂດ​ໂນ ທ​ຣຳ ກັບ ທ່ານປະ​ທານ​​ກຳ​ມະ​ການແຫ່ງ​ລັດ​ກິມເຈີງ​ອູນ​ຄັ້ງ​ນີ້​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ ແມ່ນ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ,ຈີນ​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຢ່າງ​ຈິງ​ໃຈ​ຕໍ່​ສອງ​ຝ່າຍ.ບັນ​ຫາ​ແຫຼມ​ເກົາ​ຫຼີ​​ມີ​ຄວາມສັບ​ສົນ​ຫຼາຍ,ການແກ້​ໄຂຕ້ອງ​ເປັນ​ຂະ​ບວນ​ການ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ. ຫວັງ​ວ່າ​ອາ​ເມ​ຣິ​ກາ​ແລະ ສ​ປ​ປ ເກົາ​ຫຼີ ສາ​ມາດ​ຍຶດ​ໝັ້ນ​ໃນ​ການເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ,ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາ​ຫຼີ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ເມືອງ.

ຄຳ​ເຫັນ

0