黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ພົບ​ປະ​ກັບ​ຄູ່​ຮ່ວມຕຳ​​ແໜ່ງອາ​ເມຣິກາ

2018-06-15 16:09:26 CRI

ວັນ​ທີ 14 ມິຖຸນາ​ນີ້ ຢູ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ແຫ່ງ​ລັດ, ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ໄ​ມ ພົມ​ເພ​ວ ທີ່​ເດີນທາງ​ຢ້ຽມຢາມ​ຈີນ​ໃນ​ຖານະ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມຣິກາ​ເປັນຄັ້ງທຳ​ອິດ ​ແລະ​ຮ່ວມ​ກັນ​ຖະ​ແຫຼງຂ່າວຕໍ່​ສື່​ມວນ​ຊົນ. ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ​ເພື່ອ​ກຳ​​ແໜ້ນທິດ​ທາງ​ການ​ພັດທະນາ​ສາຍ​ພົວພັນ​ຈີນ-ອາ​ເມຣິກາ​ອັນ​ຖືກຕ້ອງ​ໃຫ້​ດີ ສອງ​ຝ່າຍ​ຄວນ​​ແກ້​ໄຂ​ບັນຫາ​ເສດຖະກິດ​ການ​ຄ້າ​ໃຫ້​ດີ​ດ້ວຍ​ຮູບ​ແບບ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແຕ່​ບໍ່​ແມ່ນ​ໃຫ້​ສອງ​ຝ່າຍ​ຕ່າງ​ກໍປະສົບ​ຄວາມ​ເສຍ​ຫາຍ, ​ແກ້​ໄຂ​ສິ່ງ​ກີດຂວາງ​ຕໍ່​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ເໝາະ​ສົມ, ​ເຄົາລົບຜົນ​ປະ​ໂຫຍ​ດ​ໃຈກາງ ​ແລະ​ຄວາມກັງວົນ​ທີ່​ສຳຄັນ​ຂອງ​ກັນ​ແລະ​ກັນ, ບໍ່​ຄວນ​ໃຫ້​ຄວາມ​ຂັດ​ແຍ້​ງ ​ແລະ ການ​ວິວາດ​ກັນກະທົບກະ​ເທືອ​ນ​ເຖິງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ພົມ​ເພ​ວ ​ໄດ້​ແຈ້ງ​ສະພາບ​ທີ່​ກ່ຽວຂ້ອງ​ຂອງ​ການ​ພົບປະລະ​ຫວ່າງ​ຜູ້ນຳ​ອາ​ເມຣິກາ ​ແລະ ສປປ ​ເກົາຫຼີຢູ່​ສິງກະ​ໂປ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ໃຫ້​ຝ່າຍ​ຈີນ​ຮັບ​ຊາບ ​ແລະ​ກ່າວ​ວ່າ ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງແຫຼມ​ເກົາຫຼີນັ້ນ ຍັງ​ມີ​ວຽກ​ງານຫຼວງຫຼາຍຈະ​ຕ້ອງ​ເຮັດ ອາ​ເມຣິກາ​ຍິນ​ດີ​ສືບ​ຕໍ່​ແລກປ່ຽນ ​ແລະ​ປະສານ​ງານ​ກັບ​ຈີນ​ໃນ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ອາ​ເມຣິກາ-ສປປ ​ເກົາຫຼີ ຢູ່​ສິງກະ​ໂປ ​ໄດ້​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໃຫ້​ປະຕິບັດ​ໄປ​ຕາມ​ຊ່ອງ​ທາງ​ການ​​ເຈລະຈາ​ສັນຕິພາບ​ທີ່​ຖືກຕ້ອງ ຈຶ່ງ​ມີ​ຄວາມ​ໝາຍ​ທີ່​ສຳຄັນຄັ້ງປະຫວັດສາດ. ຈີນ​ຍິນ​ດີ​ແລກປ່ຽນ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ລວມທັງ​ອາ​ເມຣິກາ ​ແລະ ສປປ ​ເກົາຫຼີຢ່າງ​ໃກ້ຊິດ ​ເພື່ອສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ອັນ​ຄວນ​ຂອງ​ຈີນ​ໃນ​ການ​ຊຸກຍູ້​ການ​ປອດ​ນິວ​ເຄຼຍ ​ແລະ ການ​ສ້າງ​ກົນ​ໄກ​ສັນຕິພາບຢູ່​ແຫຼມ​ເກົາຫຼີ.

ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມຣິກາ​ໃນ​ປັດຈຸບັນ​ນີ້, ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ຫວັງ​ວ່າ​ອາ​ເມຣິກາ​ຈະ​ຮ່ວມ​ກັບ​ຈີນ ຈັດຕັ້ງປະຕິບັດ​ຕາມ​ຂໍ້​ຕົກລົງ​ສຳຄັນ​ຕ່າງໆ ທີ່​ທ່ານ​ປະທານສີ​ຈິ້ນ​ຜິງ ​ແລະ ທ່ານ​ປະທານາທິບໍດີໂດ​ໂນ ທຣຳ ​ໄດ້​ຕົກລົງ​ກັນ​ຢູ່​ນະຄອນຫຼວງປັກ​ກິ່ງ, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ສຸມ​ໃສ່​ການ​ຮ່ວມ​ມື, ຄຸ້ມຄອງ ​ແລະ​ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງລະຫວ່າງ​ສອງ​ຝ່າຍ ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ.

ທ່ານ​ພົມ​ເພ​ວ ກ່າວ​ວ່າ: ອາ​ເມຣິກາ​ຍິນ​ດີ​ຮ່ວມ​ກັບ​ຈີນ ​ເປີດ​ກວ້າງ​ການ​ຮ່ວມ​ມື, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ, ປຶກສາ​ຫາລື​ການ​ພັດທະນາ​ການ​ພົວພັນ​ຍຸດ​ທະ​ສາດ​ໃນ​ໄລຍະ​ຍາວ ​ແລະ ຮ່ວມ​ກັນ​ຊຸກຍູ້​ການ​ສ້າງ​ໂລກ​ໃຫ້​ດີງາມ​ກວ່າ​ເກົ່າ. ຂະນະ​ທີ່ຫຼັກໝັ້ນຂອງ​ອາ​ເມຣິກາ​ບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ​ໃນ​ບັນຫາ​​ໄຕ້​ຫວັນ ​ແລະ​ຈະ​ສືບ​ຕໍ່​ປະຕິບັດນະ​ໂຍບາຍຈີນດຽວ.

ຄຳ​ເຫັນ

0