黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ຂ່າວ​ອາຊີ​ໃຕ້ ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄປ​ເອົາ​ຂ່າວ​ຢູ່​ແຂວງ​ຢຸນນານ

2018-06-15 16:35:50 CRI

ຕອນ​ບ່າຍ​ວັນ​ທີ 13 ມິຖຸນາ​ນີ້, ນັກ​ຂ່າວ 60 ກວ່າ​ຄົນ​ທີ່​ເຂົ້າຮ່ວມ “ກິດຈະກຳ​ໄປ​ເອົາ​ຂ່າວ​ຢູ່​ແ​ຂວງ​ຢຸນນານ​ຂອງ​ສື່​ມວນ​ຊົນ​ສຳຄັນ​ປະ​ເທດ​ອາຊີ​ໃຕ້ ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້” ຄັ້ງທີ 8 ​ໄດ້​​ໄປ​ເອົາ​ຂ່າວ​ຢູ່​ເຂດ​ນິຄົມ​ອຸດສາຫະກຳ​ສາກົນ​ດອກ​ໄມ້​ນານາ​ຊະນິດ​ໂຕ໋ວໜານ ນະຄອນ​ຄຸນ​ມິ​ງ ​ເຊິ່ງ​ເປັນ​ຕະຫຼາດຊື້​ຂາຍ​ດອກ​ໄມ້​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ ກໍຄື​ໃນ​ອາຊີ.

ທ່ານ​ຊຸນ​ຊິ່ນ ພະນັກງານ​​ເຂດ​ນິຄົມດັ່ງກ່າວ ​ເວົ້າຕໍ່​ນັກ​ຂ່າວ​ວ່າ: ​ໂຕ໋ວໜານ ​ໄດ້​ພັດທະນາ ​ຈາກ​ບ້ານ​ນ້ອຍໆ​ແຫ່ງ​ໜຶ່ງທີ່​ຕັ້ງຢູ່​ຝັ່ງ​ຕາ​ເວັນ​ອອກ​ຂອງ​ໜອງ​ຕ່ຽນສື ​ໃຫ້ກາຍ​ມາ​ເປັນຕະຫຼາດຊື້​ຂາຍ​ດອກ​ໄມ້​ທີ່​ໃຫຍ່​ທີ່​ສຸດ​ຢູ່​ຈີນ ກໍ​ຄືຢູ່​ອາຊີ ​ໂດຍ​ໃຊ້​​ເວລາພຽງ​ແຕ່ 30 ປີ​ເທົ່າ​ນັ້ນ. ປີ 2017, ມູນ​ຄ່າ​ຊື້​ຂາຍ​ດອກ​ໄມ້​ສົດ​ໃນ​ຕະຫຼາດ​ແຫ່ງ​ນີ້​ໄດ້​ບັນລຸ​ເຖິງ 6, 382 ຕື້​ຢວນ, ດອກ​ໄມ້​ສົດ​ທີ່​ສົ່ງ​ອອກ​ຈາກ​ຕະຫຼາດ​ແຫ່ງ​ນີ້​ມີ​ເຖິງ 7,634 ຕື້​ດອກ​ ​ໂດຍ​ຂາຍ​ໄປ50 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຢູ່​ອາຊີ​ໃຕ້, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເອີຣົບ, ອາ​ເມຣິກາ, ຕາ​ເວັນ​ອອກ​ກາງ ​ແລະ​ອື່ນໆ; ດອກ​ໄມ້ສົດ​ທີ່​ຊື້​ຂາຍ​ກັນ​ມີ​ເຖິງ 500 ກວ່າສາຍພັນ ກວມ​ໂກ​ຕາຕະຫຼາດດອກ​ໄມ້​ສົດພາຍ​ໃນ​ປະ​ເທດ​ຫຼາຍກວ່າ 70% ​ເຮັດ​ໃຫ້​ຕະຫຼາດ​ໂຕ໋ວໜານກາຍ​ເປັນ “​ເຂັມ​ຊີ້​ທິດ​ຕະຫຼາດ” ແລະ “​ໂຕ​ຊີ້​ວັດ​​ລາຄາ” ດອກ​ໄມ້​ສົດ​ພາຍ​ໃນ​ປະ​ເທດ ​ແລະ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຄຳ​ເຫັນ

0