黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດນາມ​ບັນຍັດຫວຍກິລາ​ເຂົ້າ​ໃສ່​ກົດໝາຍ​ກິລາ

2018-06-15 16:15:02 CRI

ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ລົງ​ຄະ​ແນນ​ສຽງ​ແລະ​ຮັບຮອງ​ເອົາ​ກົດໝາຍ​ກິລາ​ສະບັບ​ປັບປຸງ​ໃນ​ວັນ​ທີ 14 ມິຖຸນາ​ນີ້ ​ໂດຍ​ໄດ້ບັນຍັດມາດຕາກ່ຽວ​ກັບ​ຫວຍ​ກິລາ​ເຂົ້າ​ໃສ່​ກົດໝາຍ​ເປັນຄັ້ງທຳ​ອິດ ​ແລະ ຈະ​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ມັງກອນ 2019 ​ເປັນຕົ້ນ​ໄປ.

ຕອນ​ເຊົ້າຂອງ​ວັນ​ດັ່ງກ່າວ, ກອງ​ປະຊຸມ​ຄັ້ງທີ 5 ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 14 ​ໄດ້​ລົງ​ຄະ​ແນ​ນສຽງ ​ແລະ​ຮັບຮອງ​ເອົາ​ກົດໝາຍ​ກິລາ​ສະບັບ​ປັບປຸງ​​ໂດຍ​ຄະ​ແນນ​ເ​ຫັນ​ດີ​ມີ​ເຖິງ 93,84%. ​ກົດໝາຍ​ກິລາ​ສະບັບ​ໃໝ່​ໄດ້​ລະບຸ​ວ່າ: ຫວຍ​ກິລາ​ເປັນ​ກິດຈະກຳບັນເທິງ​ທີ່​ມີ​ລາງວັນ ​ໂດຍ​ທີ່ຜູ້​ເຂົ້າຮ່ວມທວາຍ​ຜົນ​ການ​ແຂ່ງຂັນ​ກິລາ​ທີ່​ສາມາດ​ຮ່ວມ​ພະນັນ​ຕາມ​ທີ່​ໄດ້​ຮັບ​ອະນຸຍາດ​ໃນ​ປະ​ເພດ​ກິລາ ​ເຊິ່ງລັດຖະບານ​ຈະ​ກຳນົດ​ປ​ະ​ເພດທວາຍ​ຜົນ​ການ​ແຂ່ງຂັນ​ກິລາ​ແລະ ວາງ​ຂໍ້​ກຳນົດ​​ການ​ຄຸ້ມ​ຄອງ​ທີ່​ລະອຽດ.

ຄຳ​ເຫັນ

0