李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີິ​ຈິ້ນ​ຜິງ​ສົ່ງ​ຈົດ​ໝາຍອວຍ​ພອ​ນ​ການ​ສ້າງ​​ຕັ້ງໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ​ຄົບ​ຮອບ 70 ປີ

2018-06-15 16:20:43 cri

    ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ ຫຼື ເຢີນ​ມິນຢື້​ປ້າວ ຄົບ​ຮອບ 70 ປີ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ, ໂດຍ​ຕາງ​ໜ້າ​ສູນ​ກາງ​ພັກ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສູງ ແລະ​ສະ​ແດງ​ຄວາມຢື້​ຢາມ​ຖາມ​ຂ່າວ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ຜູ້​ປະ​ກອບ​​ອາ​ຊີບ​ຂ່າວ​ແລະ​ພະ​ນັກ​ງານ​ທີ່​ອອກ​ກິນ​ເບ້ຍ​ບຳ​ນານ​ຂອງ​ສຳ​ນັກ​ງານ​ໜັງ​ສື​ພິມ.

    ໃນ​ຈົດ​ໝາຍ​ອວຍ​ພອນ​ຂອງ​ທ່ານ ສີ​ຈິ້ນ​ຜິງ ລະ​ບຸ​ວ່າ: 70 ປີ​ມານີ້, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສູນ​ກາງ​ພັກ​ຢ່າງ​ເຂັ້ມ​ແຂງ, ໜັງ​ສື​ພິມ​ປະ​ຊາ​ຊົນ​ລາ​ຍ​ວັນ ໄດ້​ຍຶດ​ໝັ້ນຫຼັກ​ການ​ດຳ​ເນີນ​ງານ​ໂດຍ​ນັກ​ການ​ເມືອງ​ແລະ​ລັກ​ສະ​ນະ​ພັກ, ຮ່ວມ​ຈິດ​ຮ່ວມ​ໃຈ​ກັບ​ພັກ​ແລະ​ປະ​ຊາ​ຊົນ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ທຸກ​ສະ​ໄໝ​ປະ​ຫວັດ​ສາດ​ຄື: ການ​ປະ​ຕິ​ວັດ, ການກໍ່​ສ້າງ ແລະ​ການ​ປະ​ຕິ​ຮູບ ແລະ​ໄດ້​ສ້າງ​ປະ​ຫວັດ​ສາດ​ອັນ​ມີ​ກຽດ​ສະ​ຫງ່າ.

    ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ວ່າ: ປັດ​ຈຸ​ບັນ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ໄດ້​ເຂົ້າ​ສູ່​ຍຸກ​ໃໝ່, ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ​ຕ້ອງ​ຮ່ຳ​ຮຽນ​ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດຂອງ​ຈີນ​ໃນ​ຍຸກ​ໃໝ່​ແລະ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຢ່າງ​ເລິກ​ເຊິ່ງ, ປະ​ຕິ​ບັດ​ຕາມ​ພາ​ລະ​ໜ້າ​ທີ່​​ທີ່​ພັກ​ມອບ​ໝາຍ​ໃຫ້​ກ່ຽວ​ກັບ​ຂ່າວ ທັງ​ນຳ​ພາ​ຫາງ​ສຽງ​, ຍຶດ​ໝັ້ນແນວທາງ​ການ​ເມືອງ​ທີ່​ຖືກ​ຕ້ອງ, ສົ່ງ​ເສີມ​ມູນ​ເຊື້ອ​ອັນ​ດີ​ງາມ, ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ການ​ປະ​ດິດ​ສ້າງ​ໃ​ໝ່, ເສີມ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ, ປັບ​ປຸງ​ວິ​ທີ​ລາຍ​ງານ​ຂ່າວ, ເລົ່າ​ເລື່ອງ​ຂອງ​ຈີນ​ໃຫ້​ດີ, ສ້າງ​ສະ​ຖາ​ນະ​ພາບ​ແຫ່ງ​ການ​ລາຍ​ງານ​ຂ່າວ​ດ້ວຍສາ​ລະ​ພັດ​ສື່, ຍົກ​ສູງ​ຄວາມ​ສາ​ມາດ​ລາຍ​ງານ​ຂ່າວ, ຄວາມ​ສາ​ມາດ​ຊັກ​ນຳ​ຫາງ​ສຽງ, ອິດ​ທິ​ພົນ ແລະ​ຄວາມ​ໜ້າ​ເຊື່ອ​ຖື, ປະ​ກອບ​ສ່ວນ​ອັນ​ໃໝ່​ທີ່ຍິ່ງ​ໃຫຍ່ກວ່າ​ເກົ່າເພື່ອ​ບັນ​ລຸ​ເປົ້າ​ໝາຍ​ບາກ​ບັ່ນ​ສູ້​ຊົນ 100 ປີ 2 ເຫດ​ການ ແລະ​ເຮັດ​ໃຫ້​ຄວາມ​ໄຝ່​ຝັນ​ຂອງ​ຈີນ​​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຄືນ​ໃໝ່ນັ້ນ​ບັນ​ລຸ​ຜົນ​ເປັນ​ຈິງ.

ຄຳ​ເຫັນ

0