李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທູດ​ພິ​ເສດ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ

2018-06-15 10:37:06 cri

ຕອນ​ບ່າຍ​ວັນ​ທີ 14 ມິ​ຖຸ​ນານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ ຢູ່​ນະ​ຄອນຫຼວງ​ມົ​ສ​ກູ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ນາງ ຊຸ່ນ​ຊຸ່ນ​ລານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທີ່​ເປັນ​ທູດ​ພິ​ເສດ​ຂອງ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ທານ​ຈີນ​ທີ່​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານການ​ແຂ່ງ​ຂັນ​ບານ​ເຕະ​ໂລກ​ຄັ້ງ​ທີ 21 ຕາມ​ການ​ເຊື້ອ​ເຊີນ.

ກ່ອນ​ອື່ນ, ທ່ານ​ນາງ ຊຸ່ນ​ຊຸ່ນ​ລານ ໄດ້​ຝາກ​ຄຳ​ຢື້​ຢາມຖາມ​ຂ່າວ​ອັນ​ສະ​ໜິດ​ສະ​ໜົມ​ແລະ​ຄຳ​ອວຍ​ພອນ​ອັນ​​ປະ​ເສີດ​ຂອງ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ຕໍ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ແລະ​ຊົມ​ເຊີຍ​ຣັດ​ເຊຍ​ທີ່​​ເປັນ​ເຈົ້າ​ພາບຈັດ​ການ​ແຂ່ງ​ຂັນ​ບານ​ເຕະ​ໂລກ, ແລະ​ກ່າວ​ວ່າ, ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ພົບ​ປະ​ກັນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ກ່ອນ​ໜ້ານີ້​ບໍ່​ດົນ, ໂດຍ​ໄດ້​​ແລກ​ປ່ຽນຄວາມ​ເຫັນຢ່າງ​ເລິ​ກ​ເຊິ່ງ​ກ່ຽວ​ກັບການ​ລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ ແລະ ວາງ​ແຜນ​ການ​ໃໝ່​ກ່ຽວ​ກັບ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ຈາກ​ຈຸດ​ເລີ່ມ​ຕົ້ນ​ໃໝ່. ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ອັນ​ສຳ​ຄັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ກ້າວ​ສູ່​ລວງ​ເລິກ. ອວຍ​ພອນ​ໃຫ້​ງານ​​ການແຂ່ງ​ຂັນ​ບານ​ເຕະ​ໂລກ​ຄັ້ງ​ນີ້​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ ແລະ​ອວຍ​ພອນ​ໃຫ້​ທີມ​ຣັດ​ເຊຍ​ຈົ່ງ​ໄດ້​ຮັບ​ຜົນ​ງານ​ດີ.

ທ່ານ ປູ​ຕິນ ໄດ້​​ຝາກ​ທ່ານ​ນາງ ຊຸ່ນ​ຊຸ່ນ​ລານ ​ຖາມ​ຂ່າວ​ຢ່າງ​ສະ​ໜິດ​ສະ​ໜົມ​ຕໍ່​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ແລະ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ນາງ ຊຸ່ນ​ຊຸ່ນ​ລານ ທີ່​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານການ​ແຂ່ງ​ຂັນ​ບານ​ເຕະ​ໂລກ​ໃນ​ນາມ​ເປັນ​ທູດ​ພິ​ເສດ​ຂອງ​ທ່ານປະ​ທານ​ ສີ​ຈິ້ນ​ຜິງ, ໂດຍ​ກ່າວ​ວ່າ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​​ຈະ​ແຈ້ງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ແລະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ຈີນ​ຕໍ່​ຣັດ​ເຊຍ​ທີ່​ຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ແລະ​ກິ​ລາ​ບານ​ເຕະ​ໂລກ, ຣັດ​ເຊຍ​ຍິນ​ດີ​​ເພີ່ມ​ທະ​ວີ​ການແລກ​ປ່ຽນ​ກັບ​ຈີນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ເຊັ່ນ​ກິ​ລາ​ເປັນ​ຕົ້ນ.

ຄຳ​ເຫັນ

0