ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 15 ມິຖຸນານີ້, ພັນທະບັດສີຂຽວສອງຕະກຸນເງິນຕາຂອງທະນາຄານອຸສາຫະກຳການຄ້າຈີນ ຫຼື ICBC ສາຂາລອນດອນໄດ້ຮັບອະນຸມັດໃຫ້ຈຳໜ່າຍຢູ່ຕະຫຼາດຫຼັກຊັບລອນດອນ. ພັນທະບັດດັ່ງກ່າວລວມທັງພັນທະບັດເງິນໂດລາສະຫະລັດອັດຕາດອກເບຍລອຍຕົວໄລຍະ 3 ປີ 500 ລ້ານໂດລາ ແລະໄລຍະ 5 ປີ 500 ລ້ານໂດລາ ພ້ອມດ້ວຍເງິນເອີໂຣອັດຕາດອກເບຍລອຍຕົວໄລຍະ 3 ປີ 500 ລ້ານເອີໂຣ ເຊິ່ງເປັນພັນທະບັດສີຂຽວທີ່ມີມູນຄ່າໃຫຍ່ກວ່າໝູ່ຢູ່ຕະຫຼາດຫຼັກຊັບລອນດອນ.
ເຈົ້າໜ້າ ICBC ສາຂາລອນດອນກ່າວວ່າ, ພັນທະບັດສີຂຽວໄດ້ຮັບອະນຸມັດໃຫ້ຈຳໜ່າຍຢູ່ຕະຫຼາດຫຼັກຊັບລອນດອນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຈິດໃຈກ່ຽວກັບຫົວຂໍ້ “ໜຶ່ງແລວໜື່ງເສັ້ນທາງ”, ການເງິນສີຂຽວ, ພື້ນຖານໂຄງລ່າງ, ພະລັງງານ ແລະ ຫົວຂໍ້ໃຈກາງອື່ນໆໃນຜົນການເຈລະຈາເສດຖະກິດການຄ້າການທະນາຄານລະຫວ່າງຈີນ-ອັງກິດໃນປີຜ່ານມາ. ຂະນະທີ່ເງິນທຶນທີ່ໄດ້ຈາກການຈຳໜ່າຍພັນທະບັດດັ່ງກ່າວຈະນຳໃຊ້ໃນການສະໜັບສະໜູນໂຄງການສີຂຽວຕ່າງໆ ເຊັ່ນ ການຄົມມະນາຄົມທີ່ສະອາດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ພະລັງງານໝູນວຽນເທິງບົກ, ພະລັງງານແຮງລົມທາງທະເລແລະອື່ນໆ.
ຄຳເຫັນ
0