黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຸດຍອດ 4 ປະ​ເທດ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕຼນິກ

2018-06-17 16:02:58 cri

ວັນ​ທີ 16 ມິ​ຖຸ​ນາ​ນີ້, ຜູ້​ນຳ​ 4 ປະ​ເທດ​ຄື​ລາວ, ກຳ​ປູ​ເຈຍ, ມຽນ​ມາ​ແລະ​ຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ 4 ປະ​ເທດ​ຄັ້ງ​ທີ 9 ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ. ໂດຍເນັ້ນ​ໜັກ​ຈະ​ສືບ​ຕໍ່​ຮ່​ວມ​ມື​ເພື່ອ​ຫຼຸດ​​ຜ່ອນ​ຄວາມ​ແຕກ​ໂຕນ​ກັນ​ກັບ​ປະ​ເທດ​ອາ​ຊຽນ​ອື່ນໆ, ແລະ​ສະ​ເໜີ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໂທ​ລະ​ຄົມ, ສົ່ງ​ເສີມ​​ການພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ແລະ​ອື່ນໆ.

ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ແມ່ນ “ເພື່ອ​ເຊື່ອມໂຍງ​ເສດ​ຖະ​ກິດ​ແລະ​ເຊື່ອມ​ຈອດ​ກັນ​ຢ່າງ​ເລິກເຊິ່ງກວ່າ​ເກົ່າ”. ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ທ່ານ​ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມແລະ​ທ່ານ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ກຳ​ປູ​ເຈຍ​​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ໃນ​ປີ​ນີ້.

ໃນ​ງານ​ຖະ​ແຫຼງ​ຂ່າວ​ທີີ່​ຈັດ​ຂຶ້ນ​ຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້, ທ່ານ​ຮຸນ​ແຊນ​ກ່າວ​ວ່າ, ສີ່​ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ລວ​ມ​ທັງ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄ້າ​ຊາຍ​ແດນ​ແລະ​ການ​ຄ້າ​ການລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນແລະ​ອື່ນໆ. ພ້ອມ​ກັນ​ນັ້ນ​ສີ່​ປະ​ເທດ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໂທ​ລະ​ຄົມ, ລວມ​ທັງ​ຍົກລະ​ດັບ​ການ​ເຊື່ອມ​ຈອດ​ກັນ​ດ້ານ​ເຕັກ​ນິກ​​ການ​ສື່​ສານ, ສົ່ງ​ເສີມ​​ການພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ແລະ​ອື່ນໆ.

ກອງ​ປະ​ຊຸມ​ສຸດຍອດ 4 ປະ​ເທດ​​ດັ່ງ​ກ່າວ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປປ ລາວ​ເມື່ອ​ປີ 2004.

ຄຳ​ເຫັນ

0