黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ມະ​ຫະ​ກຳ​ຮູບ​ເງົາ​ສາ​ກົນ​ຊຽງ​ໄຮ​ຄັ້ງ​ທີ 21 ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

2018-06-17 16:02:11 cri

ຕອນ​ຄ່ຳ​ວັນ​ທີ 16 ມິ​ຖຸ​ນາ​ນີ້, ​ງານ​ມະ​ຫະ​ກຳຮູບ​ເງົາ​ສາ​ກົນ​ຊຽງ​ໄຮ​ຄັ້ງ​ທີ 21 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ງານ​ມະ​ຫະ​ກຳ​ຮູບ​ເງົາ​ທີ່​ຂະ​ໜາດ​ໃຫຍ່​ທີ່​ສຸດ​ແລະ​ມີ​ອິດ​ທິ​ພົນ​ສູງ​ສຸດ​​ໃນ​ເຂດ​ອາ​ຊີ​ປາ​ຊີ​ຟິກ, ​ທາງ​ວິ​ຊາ​ການ​ແລະ​ຊົງ​ອິດ​ທິ​ພົນ​ຂອງ​​ງານ​ມະ​ຫະ​ກຳຮູບ​ເງົາ​ສາ​ກົນ​ຊຽງ​ໄຮ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ຝ່າຍ​ຕ່າງໆ, ​ແລະ​ກາຍ​ເປັນ​ເວ​ທີ​ແລກ​ປ່ຽນ​ໃນ​ວົງ​ການ​ຮູບ​ເງົາ​​ປະ​ເທດ​ຕ່າງໆ.

ຕອນ​ຄ່ຳ​ວັນ​ທີ 16 ມິ​ຖຸ​ນາ​ນີ້, ທ່ານ​ເຊີ້ນ​ໄຫ​ຊົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມສູນ​ກາງ​​ພັກ​ກອມ​ມູ​ນິດຈີນ, ຜູ້​ອຳນວຍ​ການສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນໄດ້​ປະ​ກາດ​ໄຂ​ງານ​ມະ​ຫະ​ກຳ​ຮູບ​ເງົາ​ສາ​ກົນ​ຊຽງ​ໄຮ​ຄັ້ງ​ທີ 21 ຢ່າງ​ເປັນ​ທາງ​ການ. ​ງານ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 25 ມິ​ຖຸ​ນາ​ນີ້, ​ແລະໃນ​ໄລ​ຍະ​ນີ້ຈະ​ຈັດ​ງານ​ສາຍ​ຮູບ​ເງົາ​ດີ​ເດັ່ນ​ຈີນ​ແລະ​ຕ່າງ​ປະ​ເທດ, ກິດ​ຈະ​ກຳ​ມອບ​ລາງວັນ “ຈອກ​ຄຳ”ແລະ​ອື່ນໆ. ນອກ​ນີ້, ຍັງຈະ​ສ້າງ​​ຕັ້ງສະ​ມ​າ​ຄົມ​​ງານ​ມະ​ຫະ​ກຳຮູບ​ເງົາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ສັບ​ປະ​ດາ​ຮູບ​ເງົາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ງານ​​ສາຍ​ຮູບ​ເງົາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເວ​ທີ​ປຶ​ກ​ສາ​ຫາ​ລື​ໂຕະ​ມົນ​ແລະ​ອື່ນໆ.

ທ່ານ​ເຊີ້ນ​ໄຫ​ຊົງ ກ່າ​ວ​ວ່າ: “ງານ​ມະ​ຫະ​ກຳ​ຮູບ​ເງົາ​ຄັ້ງ​ນີ້​ຈະ​ຍົກ​ລະ​ດັບ​ກົນ​ໄກ​ຮ່ວມ​ມື​​ງານ​ມະ​ຫະ​ກຳ​ຮູບ​ເງົາ ‘ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ’, ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ເປີດກວ້າງ ‘ວົງ​​ການ​ຄົບ​ຄ້າ​ສະ​ມາ​ຄົມ’, ແລະ​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.”

ຄຽງ​ຄູ່​ກັບ​ອິດ​ທິ​ພົນ​ແລະ​ກຳ​ລັງ​ເຜີຍ​ແຜ່​ຂອງ​​ງານ​ມະ​ຫະ​ກຳ​ຮູບ​ເງົ​າ​ສາ​ກົນ​ຊຽງ​ໄຮ​ນັບ​ມື້​ນັບ​ສູງ​ຂຶ້ນ,  “ລາງວັນ​ຈອກ​ຄຳ” ກໍມີ​ສະ​ເໜ່​ນັບ​ມື້​ນັບ​​ສູງ​ຂຶ້ນເຊັ່ນ​ກັນ​. ສຳ​ລັບ​ໃນ​ງານ​ຄັ້ງ​ນີ້, ມີ​ຮູບ​ເງົາ 3447 ເລື່ອງ​ຈາກ 108 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເບື້ອງ​ຕົ້ນ, ແລະ​​ຄັດ​ເລືອກໄດ້​ຮູບ​ເງົາ 13 ເລື່ອງ​ຈາກ​ຮູບ​ເງົາ​ເຫຼົ່າ​ນີ້. “ລາງວັນ​ຈອກ​ຄຳ” 10 ​ລາງວັນຈະ​ເປີດ​ເຜີຍ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້.

ບຸນ​ຮູບ​ເງົາ​ຄັ້ງ​ນີ້​ຈະ​ສາຍ​ຮູບ​ເງົາ​ເຖິງ 500 ເລື່ອງ. ໃນ​ນັ້ນ​ເຕັກ​ນິກ “ການ​ສ້ອມ​ແປງ 4K” ແມ່ນ​ໜຶ່ງ​ໃນ​ພາກ​ສ່ວນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ໂດຍ​ຕະ​ຫຼອດ​ໃນ​ງານ​ມະ​ຫະ​ກຳ​ຮູບ​ເງົາ​ສາ​ກົນ​ຊຽງ​ໄຮ​. ​ຂະ​ນະ​ທີ່ເຕັກ​ນິກ​ສ້ອມ​ແປງ​ຕີ​ຈີ​ດອນ​ທີ່​ທັ​ນ​ສະ​ໄໝ, ຈະ​ເຮັດ​ໃຫ້​ຮູບ​ເງົາ​ອະ​ມະ​ຕະ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ສາ​ມາດ​ຮັກ​ສາ​ໄວ້​ໄດ້​ເປັນ​ເວ​ລາ​ດົນ​ນານ, ​ແລະ​ມີ​ສະ​ເໜ່​ໃໝ່.

ຄຳ​ເຫັນ

0