劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ຕຸ່ນ​​ຫວງ​ຂອງ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ໄທ​ໄດ້​ຮັບ​ຄວາມ​ນິ​ຍົມຊົມ​ຊອບຫຼາຍ

2018-06-18 14:03:44 CRI

​“ງານ​ວາງ​ສະ​ແດງ​ເພື່ອ​ສຳ​ຜັດ​ກັບ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ຕຸ່ນ​ຫວງ” ໄດ້​ຈັດ​ຂຶ້ນ​ຢູ່​ສູນ ວັດ​ທະ​ນະ​ທຳ​ຈີນທີ່ນະ​ຄອນຫຼວງ​ບາງກອກ​ປະ​ເທດໄທແຕ່​ວັນ​ທີ 15 ຫາ ວັນ​ທີ 26 ມິ​ຖຸ​ນາ​ນີ້. ວັດ​ທະ​ນະ​ທຳ​ຕຸ່ນ​​ຫວງ​ຈີນ​ທີ່​ມີ​ປະ​ຫວັດ​ກວ່າ​ພັນ​ປີ​ໄດ້​ພົບ​ກັບ​ປະ​ຊາ​ຊົນ​ໄທ​ຢູ່​ບາງກອກ.

ເພື່ອ​ໃຫ້​ປະ​ຊາ​ຊົນ​ໄທ​​ສາມ​າດ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຕຸ່ນ​ຫວງ​ດ້ວຍ​ສາຍ​ຕາ​ເປັນ​ຢ່າງ​ດີ, ຝ່າຍ​ຈັດງານ​ຄັ້ງ​ນີ້ໄດ້​ສ້າງ​ຄູ​ຫາ​ຈຳ​ລອງ​ຮູບ​ແບບ​ແຫ່ງ​ທີ 254 ຂອງ​​ຄູ​ຫາ​ໂມ້​ກ່າວ​ຕຸ່ນ​​ຫວງ​ຢູ່​ບ່ອນ​ວາງ​ສະ​ແດງ ໂດຍ​ມີ​ຜູ້​ນຳ​ທ່ຽວ​ບັນ​ຍາຍ​ຕໍ່​ຜູ້​ຊົມ ເຊິ່ງ​ເປັນ​ການ ສຳ​ຜັດ​ກັບ​ສິ​ລະ​ປະ​ປະ​ຫວັດ​ສາດ​ຂອງ​ຄູ​ຫາ​ໂມ້​ກ່າວ​ທີ່​ມີ​ປະ​ຫວັດ​ສາດ​ມາ​ເປັນ​ເວ​ລາ​ກວ່າພັນ​ປີ.

ຂ່າວ​ແຈ້ງ​ຕື່ມວ່າ, ກ່ອນ​​ຈັດ​ງານ​ສະ​ແດງ, ຝ່າຍ​ຈັດ​ງານ​ໄດ້ຮວບ​ຮວມ​ຄວາມ​ເຫັນ​ຈາກ​ຊ່ຽວ​ຊານມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໄທແລະ​ຂະ​ແໜງ​ການ​ສິ​ລະ​​​ປະ​ອື່ນໆ​ພ້ອມ​ດ້ວຍ ປະ​ຊາ​ຊົນ​ທີ່​ມີ​ຄວາມ​ສົນ​ໃຈ​ຕໍ່​ສິ​ລະ​ປະ​ຕຸ່ນ​ຮວງ​ໂດຍ​ຜ່ານ​ໃບ​ສຳຫຼວດ​ເປັນ​ເຈ້ຍແລະ​ທາງ​ເອ​ເລັກ​ໂຕຼນິກ ເພື່ອ​ຊ່ວຍ​ທິມ​ງານ​ວາງ​ແຜນໃນ​ການ​ຈັດ​ຕັ້ງ​ເນື້ອ​ໃນ​ການ​ວາງ​ສະ​ແດງ​ທີ່​ມີ​ເປົ້າ​ໝາຍ, ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ວາງ​ສະ​ແດງ​ຄັ້ງ​ນີ້ ເຂົ້າ​ໃຈ​​ໄດ້ງ່າຍ ແລ​ະ​ໃກ້​​ຊິດ​ກັບ​ຜູ້​ຊົມ​ໃຫ້ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0