ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ປີນີ້ແມ່ນປີທີ່ຈີນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກຄົບຮອບ 40 ປີ. ທ່ານມາກິດ ມອນນາ ຫົວໜ້າຫ້ອງການຄົ້ນຄ້ວານະໂຍບາຍເສດຖະກິດຈີນອົງ
ການຮ່ວມມືແລະພັດທະນາເສດຖະກິດທີ່ເຄີຍໄປທັດສະນະສຶກສາຢູ່ຈີນຫຼາຍເທື່ອ ໄດ້ໃຫ້ສຳພາດຕໍ່ນັກຂ່າວຫວ່າງມໍ່ໆມານີ້ ໂດຍໄດ້ເວົ້າເຖິງບົດບາດຂອງການປະຕິຮູບແລະເປີດປະຕູສູ່ພາຍນອກທີ່ມີຕໍ່ການພັດທະນາຂອງຈີນກໍຄືຂະບວນການໂລກາພິວັດ.
ເມື່ອເວົ້າເຖິງການປະກອບສ່ວນຂອງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນທີ່ມີຕໍ່ໂລກ, ທ່ານມາກິດກ່າວວ່າ: “ຂ້າພະເຈົ້າເຫັນວ່າ, ອັນພົ້ນເດັ່ນທີ່ສຸດກໍຄືການປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດໂລກ. ເຖິງວ່າປັດຈຸບັນ, ຈັງຫວະການເຕີບໂຕຂອງຈີນໄດ້ຊ້າລົງໜ້ອຍໜຶ່ງກໍຕາມ, ແຕ່ການປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດໂລກກໍຍັງຫຼາຍກວ່າ ໜຶ່ງສ່ວນສານ ແລະຈະບໍ່ມີການປ່ຽນແປງໃນໄລຍະກາງແລະໄລຍະສັ້ນ. ສະນັ້ນ, ຂ້າພະເຈົ້າເຫັນວ່າ ການປະກອບສ່ວນທີ່ໃຫຍ່ທີ່ສຸດຂອງນະໂຍບາຍການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນກໍຄືຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ.”
ທ່ານມາກິດກ່າວຕື່ມວ່າ, ຂ້າພະເຈົ້າຮູ້ສຶກວ່າ ທົ່ວໂລກກໍຊົມເຊີຍນະໂຍບາຍການເປີດປະຕູສູ່ພາຍນອກຂອງຈີນ, ຈີນແມ່ນຕະຫຼາດໃຫຍ່, ຖ້າວ່າເປີດປະຕູກວ້າງຂວາງຍິ່ງຂຶ້ນ ກໍຈະສ້າງຜົນປະໂຫຍດໃຫ້ແກ່ທົ່ວໂລກ. ນອກນີ້, ຂ້າພະເຈົ້າເຫັນວ່າ ຕະຫຼາດຈີນຍັງມີຄວາມອາດເປັນໄປໄດ້ເປີດປະຕູໃຫ້ກວ້າງຂວາງກວ່າເກົ່າ, ເປັນຕົ້ນວ່າໃນດ້ານການລົງທຶນ, ຍັງມີຫຼາຍຂະແໜງການທີ່ຍັງບໍ່ທັນເປີດປະຕູໝົດ, ສະນັ້ນ ຖ້າວ່າຈີນເພີ່ມທະວີການເປີດປະຕູສູ່ພາຍນອກຕື່ມອີກ ກໍຈະມີຜົນສະທ້ອນທາງບວກຕໍ່ກຸ່ມເສດຖະກິດອື່ນໆຫຼາຍກວ່າເກົ່າ.
ຄຳເຫັນ
0