吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງພົບ​ປະ​ກັບ​ປະທານາທິບໍດີຣູອັນ​ດາ

2018-07-24 17:22:54 cri

ວັນ​ທີ 23 ກໍລະກົດ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານພອນ​ກາກາ​ເມ ປະທານາທິບໍດີຣູອັນ​ດາ​ຢູ່​ນະຄອນຫຼວງ​ຄີ​ກາລີ. ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ການ​ພັດທະນາ​ສາຍ​ພົວພັນ​ສອງຝ່າຍນັບ​ແຕ່ການສ້າງຕັ້ງ​ສາຍ​ພົວພັນ​ທາງ​ການທູດ​ຈີນ-ຣູອັນ​ດາ 47 ປີຜ່ານ​ມາ, ພ້ອມ​ທັງວາງ​ແຜນ​ການ​ຮ່ວມ​ມື​ໃນ​ອະນາຄົດ ​ແລະ​ເຫັນ​ດີ​ຮ່ວມ​ກັນຊຸກ​ຍູ້​ການ​ຮ່ວມມື​​ແບບ​ຕ່​າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ​ມີ​ໝາກຜົນ​ຫຼາຍ​ກວ່າ​ເກົ່າ ​ເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະຊາຊົນ​ຈີນ-ຣູອັນ​ດາ ​ແລະ​ປະຊາຊົນ​ຈີນ-ອາ​ຟຣິກາ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິ​ງ​ເນັ້ນ​ວ່າ: ​ຈີນ ​ແລະຣູອັນ​ດາ​ຕ້ອງ​ພັດທະນາ​ສາຍ​ພົວພັນ​ສອງ​​ຝ່າຍທາງ​ຍຸດ​ທະ​ສາດ ​ແລະ​ວິ​ໄລ​ທັດ​ອັນ​ກວ້າງ​ໄກ, ​ເດັດດ່ຽວ​ສະໜັບສະໜູນ​ທາງເລືອກການ​ພັດທະນາຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ແຕ່ລະ​ຝ່າຍ, ສືບ​ຕໍ່​ເຂົ້າ​ໃຈ ​ແລະ​ສະໜັບສະໜູນ​ເຊິ່ງກັນ ​ແລະ​ກັນ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດ​ຕົ້ນຕໍ ​ແລະ​ບັນຫາສຳຄັນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ກັງວົນ. ຕ້ອງ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ຍຸດ​ທະ​ສາດ​ການ​ພັດທະນາ, ຊ່ວຍ​ຊູ​ຍູ້​ໜູນ​ທ່າ​ແຮງ​ທີ່​ມີ​ຢູ່​ເຊິ່ງກັນ ​ແລະ​ກັນ, ​ເປີດ​ກວ້າງ ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ. ຈີນ​ຍິນ​ດີ​ຕ້ອນຮັບ​ຣູອັນ​ດາ​ທີ່ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັນ, ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນ​​ໄປລົງທຶນ​ຢູ່ຣູອັນ​ດາ ​ແລະປະກອບສ່ວນ​ເຈົ້າ​ໃນການຫັນ​ເປັນ​ອຸດສາ​ຫະກຳ ​ແລະ​​ທັນ​ສະ​ໄໝຂອງ​ຣູອັນ​ດາ. ຕ້ອງ​ເພີ່ມທະວີ​ການ​ຮ່ວມ​ມື​ແລກປ່ຽນດ້ານ​ວັດທະນະທຳ​, ຊຸ​ກຍູ້ການ​​ເຊື່ອ​ສານ​ດ້ານ​ຈິດ​ໃຈ​ລະຫວ່າງປະຊາຊົນສອງ​ຊາດ ​ເພື່ອ​ສ້າງ​ພື້ນຖານ​ທາງສັງຄົມ ​ເພື່ອມິດຕະພາບ​ທີ່​ດີ​ໃນ​ໄລຍະ​ຍາວ​ນານ​​ຈີນ​-ຣູອັນ​ດາ. ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ປະຕິບັດ​ກົດໝາຍ ​ແລະ​ຄວາ​ມໝັ້ນຄົງ, ​ຮັດ​ແໜ້ນ​ການ​ປະສານ​ງານ​ລະຫວ່າງ​ສອງ​ປະ​ເທດໃນວຽກ​ງານສາ​ກົນ ​ແລະ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທີ່​ໂລກ​ພວມ​ຜະ​ເຊີນ​ຢູ່, ປົກ​ປັກຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ທະວີ​ບອາ​ຟຣິກາ ​ແລະ​ປະ​ເທດ​ທີ່​ກຳລັງ​ພັດທະນາ.

ທ່ານກາກາເມ​ກ່າວ​ວ່າ: ຍິນ​ດີ​ຕ້ອນຮັບ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ຢ້ຽມຢາມຣູອັນ​ດາ. ປະ​ເທດ​ຕົນຍ້ອງຍໍ​ຊົມ​ເຊີຍ​ການ​ຊ່ວຍ​ເຫຼື​ອຈາກ​ຈີນ​ທາງ​ດ້ານ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ກະສິກຳ, ການ​ສຶກສາ ​ແລະ​ອື່ນໆ​ໃນ​ໄລຍະ​ຜ່ານ​ມາ ​ເຊິ່ງ​​ເປັນ​ການ​ປະ​ກອບ​ສ່ວນ​ສຳຄັນ​ໃນ​ການ​ພັດທະນາ ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ. ປະ​ເທດ​ຕົນ​ຍິນ​ດີ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”.

ຫຼັງ​ຈັດການ​ພົບ​ປະ​ແລ້ວ, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ເປັນສັກຂີ​ພິຍານ​ການ​ເຊັນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຫຼາຍ​ສະບັບ​ກ່ຽວ​ກັບ​ການ​ກໍ່ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັນ.

 

圖片默認標題_fororder_1123166509_15323602417861n

ຄຳ​ເຫັນ

0