黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ອາ​ຟ​ຣິ​ກາໃຕ້​ຄັ້ງ​ທີ 3, ປະ​ມຸກ​ລັດ​ສອງ​ປະ​ເທດ​​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ທີ່ສຳ​ຄັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ຍຸກ​ໃໝ່

2018-07-25 10:43:54 cri

圖片默認標題_fororder_1123171740_15324458681451n

ວັນ​ທີ 24 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຊິ​​ຣີນ ຣາ​ມາ​ໂຟ​ຊາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້​ຢູ່​ນະ​ຄອນ​ຫຼວງ​ປ​ຣິ​ໂຕ​ເຣຍປະ​ເທດ​ອາ​ຟ​ຣິ​ກາ​ໃຕ້. ປະ​ມຸກ​ລັດ​ສອງ​ປະ​ເທດ​ຕີ​ລາ​ຄາສູງ​ຕໍ່​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ, ແລະ​ໄດ້​ບັນ​ລຸຄວາມ​ເປັນ​ເອ​ກະ​ພາບ​​ທີ່ສຳ​ຄັນ​ກ່ຽວ​ກັບ​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ແລະ​ອາ​ຟ​ຣິ​ກາ​ໃຕ້​ໃນ​ຍຸກ​ໃໝ່, ຮ່ວມ​ກັນ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເຊື່ອມ​​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ຊຸກ​ຍູ້​ການ​ຮ່ວ​ມ​ມື​ທີ່​ຕິດ​ແທ້​ຕົວ​ຈິງ​ແລະ​ເຮັດ​ໃຫ້​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ໃກ້​ຊິດ​ກັນກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜີງ ກ່າວ​ວ່າ, ປີ​ນີ້​ແມ່ນປີຄົບ​ຮອບ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ແລະ​ອາ​ຟ​ຣິ​ກາ​ໃຕ້, ໃນ 20 ປີ​ຜ່ານ​ມາ, ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​​ປະ​ເທດໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຄື​ຈາກ​ການ​ພົວ​ພັນ​ຄູ່​ຮ່ວມ​ກາຍ​ມາເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈົນ​ຮອດ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ. ສອງ​ຝ່າຍ​ໄດ້​ສ້າງ​ການ​ພົວ​ພັນ “​ຖານ​ສະ​ຫາຍ​ອ້າຍ​ນ້ອງ” ​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ທີ່​ແທ້​ຈິງ, ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ສະ​ໜິດ​ສະ​ໜົມ. ປັດ​ຈຸ​ບັນ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ອາ​ຟ​ຣິ​ກາ​ໃຕ້​ກໍ​ໄດ້​ເຂົ້າ​ສູ່​ຂະ​ບວນ​ການ​ໃໝ່​ໃນ​ການ​ສ້າງ​ສາ​ແລະ​ພັ​ດ​ທະ​ນາ​ປະ​ເທດ​ຊາດ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ຟ​ຣິ​ກາ​​ໃຕ້​ພວມ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ປະ​ຫວັດ​ສາດ​ໃໝ່.

圖片默認標題_fororder_1123171740_15324459778631n

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ຈີນ​ແລະ​ອາ​ຟ​ຣິ​ກາ​ໃຕ້​ລ້ວນ​ແຕ່​ແມ່ນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດ​ທະ​ນາ​ແລະ​ປະ​ເທດ​ຕະ​ຫຼາດ​​ຈະ​ເລີນ​ໃໝ່​ທີ່​ມີ​​ບົດ​ບາດ​ສຳ​ຄັນ, ສອງ​ປະ​ເທດ​ມີ​ຄວາມ​ເຫັນ​ແລະ​ຈຸດ​ຢືນ​ຄ້າຍ​ຄື​ກັນ​ຕໍ່​ບັນ​ຫາ​ສຳ​ຄັນ​ໃນ​ພາກ​ພື້ນ​ແລະ​ສາ​ກົນ​​ໃນ​ໂລກປັດ​ຈຸ​ບັນ, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ຍຸດ​ທະ​ສາດ, ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ, ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ສາ​ກົນ​ຫັນ​ເປັນ​ແບບ​ປະ​ຊາ​ທິ​ປະ​ໄຕ, ຮ່ວມ​ກັນ​ຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ຈີນ​ແລະ​ອາ​ຟ​ຣິ​ກາ​ໃຕ້, ຈີນ​ແລະ​ອາ​ຟ​ຣິ​ກາ​ກໍ​ຄືປະ​ເທດ​ທີ່​ພວມ​ພັດ​ທະ​ນາ.

ທ່ານ ຣາ​ມາ​ໂຟ​ຊາ ກ່າວ​ວ່າ, ພາຍ​ຫຼັງ​ສອງ​ປະ​ເທດ​ສ້າງ​ສາຍ​ພົວ​ພັນ​ທາ​ງ​ການ​ທູ​ດ 20 ປີ​ມາ​ນີ້, ການ​ພົວ​ພັນ​ລະ​ຫວ່າງ​ອາ​ຟ​ຣິ​ກາ​ໃຕ້​ແລະ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາ​ດ​ທີ່​ສຳ​ຄັນ, ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ລະ​ດັບ​ພາກ​ພື້ນ​ແລະ​ຫຼາຍ​ຝ່າຍ​ທີ່​ມີ​ຜົນ​ງານ​ອຸ​ດົມ​ສົມ​ບູນ. ການ​ພົວ​ພັນ​ມິດ​ຕະ​ພາບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ​ເຮັດ​ໃຫ້​ປະ​ຊາ​ຊົນ​ສອງ​​ຊາດໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ. ຂ້າ​ພະ​ເຈົ້າ​ແລະ​ປະ​ທານ​ສີ​ຈິ້ນ​ຜິງ​ພ້ອມ​ກັນ​ເຫັນ​ດີ​ສະ​ໜັບ​ສະ​ໜູນ​ແລະ​ປະ​ສານ​ງານ​ເຊິ່​ງ​ກັນ​ແລະ​ກັນ​ພາຍ​ໃຕ້​ຂອບ​​ສາ​ກົນຫຼາຍ​ຝ່າຍ​​ເຊັ່ນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ອື່ນໆ.

ຄຳ​ເຫັນ

0