吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍ​ແພດ​ກອງທັບປົດ​ປ່ອຍປະ​ຊາ​ຊົນ​ຈີນ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ຢູ່​ເຂດ​ອຸ​ບັດ​ຕິ​ເຫດຂອງ​ລາວ

2018-07-27 16:23:33 cri

ວັນ​ທີ 26 ກໍລະກົດ​ນີ້, ໜ່ວຍ​ແພດ​ກອງ​ທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ “ຂະ​ບວນລົດ​ໄຟ​ສັນຕິພາບ” 32 ຄົນ​​ໄດ້​ໄປຮອດຫ້ອງການ​ຄະນະ​ຊີ້​ນຳ​ການ​ກູ້​ໄພ ​ແລະ​ເຂດ​ຈັດສັນ​ປະຊາຊົນຜູ້​ປະສົບ​ໄພຈາກເຂດອຸບັດ​ຕິ​ເຫດເຂື່ອນ​ໄຟຟ້າ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍຢູ່​​ເມືອງ​ສະໜາມ​ໄຊ​ແຂວງ​ອັດ​ຕະປືພາກ​ໃຕ້​ຂອງ​ລາວ​ ​ແລະ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ.

ຕາມ​ການ​ມອບ​ໜາຍ​ຂອງ​ລາວ, ໜ່ວຍ​​ແພດ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ຈະ​ຕັ້ງ​ຢູ່​ໂຮງໝໍ​​ເມືອງ​ສະ​ໜາມ​ໄຊ, ​ຊ່ວຍ​ເຫຼືອ​ພະນັກງານ​​ແພດ​ໝໍ​ລາວ​ດຳ​ເນີນ​ວຽກ​ງານ​ການ​ປິ່ນປົວ, ຂະນະ​ດຽວ​ກັນກໍ​ຈະ​ໄດ້​ຈັດ​ສົ່ງ​ໜ່ວຍ​ງານ​​ປິ່ນປົວ ​ແລະ​ປ້ອງ​ກັນ​ພະຍາດ​ໄປຊ່ວຍ​ເຫຼືອ​ຢູ່​ເຂດຈັດ​ສັນ​ປະຊາຊົນຜູ້​ປະສົບ​ໄພ 6 ​ແຫ່ງ.

​ເຈົ້າ​ໜ້າ​ທີ່​ລາວ​​ໃຫ້​ຮູ້​ວ່າ: ຢູ່​​ເຂດ​ຈັດ​ສັນປະຊາຊົນຜູ້​ປະສົບ​​ໄພ 6 ​ແຫ່​ງລວມມີ​ປະຊາຊົນ​ຫຼາຍ​ກວ່າ 2000 ຄົນ, ສ່ວນ​ຫຼາຍ​​ເປັນຫວັດ, ຖອກທ້ອງ​, ພະຍາດ​ຕິດ​ແປດ, ບາດ​ເຈັບ​ພາຍນອກ, ພະຍາດ​ຜິວໜັງ ​ແລະ​ອື່ນໆ.

ທ່ານ​ເຊີນ​ຈ່າງ ທ່ານໝໍໜ່ວຍ​ງານ​ປິ່ນປົວຈີນ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ: ໜ່ວຍ​ງານ​ປິ່ນປົວ​ຕົນ​ໄດ້ພິຈາລະນາ​ເຖິງ​ພະຍາດ​ທີ່​ມັກ​ເກີດຂຶ້ນ​ຢູ່​ເຂດ​ຮ້ອນ​ທີ່​ປະສົບ​ໄພນ້ຳ​ຖ້ວມ, ສະ​ນັ້ນຈຶ່ງໄດ້​ສົ່ງ​ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ເຂົ້າ​ມາ, ພວກ​ເຮົາມີ​ຄວາມ​ໝັ້ນ​ໃຈ​ສາ​ມາດ​​ເຮັດສຳ​ເລັດ​ວຽກ​ງານ​ປ້ອງ​ກັນ​ພະຍາດ ​ແລະ​ການ​ປິ່ນປົວ​ໄດ້.

 

圖片默認標題_fororder_1123183174_15326497134281n

ຄຳ​ເຫັນ

0