劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ອອກ​ລະ​ບຽບ​ການ​ໃໝ່​ວ່າ​ດ້ວຍ​ການ​ຮ້ອງ​ຂໍ​ບັດ​ພັກ​ເຊົາ​ສຳ​ລັບ​ປະ​ຊາ​ຊົນ​ຮົງ​ກົງ, ມາ​ເກົາ​ແລະ​ໄຕ້​ຫວັນ”ແຕ່​ວັນ​ທີ 1 ກັນ​ຍາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ

2018-08-16 17:33:22 CRI

 

ຫ້ອງວ່າ​ກາ​ນລັດ​ຖະ​ບານ​ຈີນ​ຈະ​ອອກ​ລະ​ບຽບ​ການ​ໃໝ່​ໃນ​ການ​ຮ້ອງ​ຂໍ​ບັດ​ພັກ​ເຊົາ​ສຳ​ລັບ​ປະ​ຊາ​ຊົນ​ຮົງ​ກົງ, ມາ​ເກົາ​ແລະ​ໄຕ້​ຫວັນ”ໃນ​ໄວໆ​ນີ້. ​ໃນ​ລະ​ບຽບ​ການໄດ້​ກຳ​ນົດ​ສິດ​ 3 ​ດ້ານ, ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ພື້ນ​ຖານ​ມີ 6 ລາຍ​ການ​ແລະ​​ນະ​ໂຍ​ບາຍ​ທີ່​ໃຫ້​ຄວາມ​ສະ​ດວກ 9 ລາຍ​ການທາງ​ດ້ານ​ການປະ​ກັນ​ໄພ​ສັງ​ຄົມ, ການ​ປະ​ກອບ​ອາ​ຊີບ, ເຂົ້າ​ໂຮງ​ຮຽນ, ​ການ​ປິ່ນ​ປົວ​ແລະ​ອື່ນໆ​ຂອງ​ປະ​ຊາ​ຊົນ​ຮົງ​ກົງ, ມາ​ເກົາ​ແລະ​ໄຕ້​ຫວັນ​ທີ່​ອາ​ໄສ​ຢູ່​ແຜ່ນ​ດິນ​ໃຫຍ່, ເພື່ອ​ໃຫ້​ປະ​ຊາ​ຊົນ​ດັ່ງ​ກ່​າວ​ສາ​ມາດ​ຊົມ​ໃຊ້​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ແລະ​ມີ​ຄວາມ​ສະ​ດວກ​​ເທົ່າ​ທຽມ​ກັບ​ປະ​ຊາ​ຊົນທີ່​ອາ​ໄສ​ຢູ່​ແຜ່ນ​ດິນ​ໃຫຍ່.

ຂ່າວ​ແຈ້ງວ່າ, ​ລະ​ບຽບ​ການສະ​ບັບ​ນີ້​ຈະ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ​​ນັບແຕ່​ວັນ​ທີ 1 ກັນ​ຍາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ.

ຄຳ​ເຫັນ

0