何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮືອ​ບິນ​ໂດຍ​ສານ​ແລ່ນ​ອອກນອກ​ເລນຢູ່​ສະ​ໜາມ​ບິນ​ມ​ະ​ນີ​ລາ​ຂອງ​ຟິ​ລິບ​ປິນ

2018-08-17 11:17:54 CRI

ໃນວັນ​ທີ 17 ສິງ​ຫາ​ນີ້, ​ເຮືອ​ບິນໂດຍ​ສານ​ລຳ​ໜຶ່ງ​ຂອງ​ບໍ​ລິ​ສັດ​ການ​ບິນ​ເຊ້ຍ​ເມິນ​ຈີນໄດ້​ແລ່ນ​ອອກນອກ​ເລນ​ໃນ​ເວ​ລາ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ມະນີ​ລາ​ຂອງ​ຟິ​ລິບ​ປິນ, ແຕ່​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັດ, ຄົ​ຜູ້​ໂດຍ​ສານ​ໄດ້​ຍົກ​ຍ້າຍ​ອອກ​ຈາກ​ເຮືອ​ບິນ​ດ້ວຍ​ຄວາມ​ປອດ​ໄພ.

 

ເຈົ້າ​ໜ້າ​ທີ່​ສະ​ໜາມ​ບິນ​ຟິ​ລິບ​ປິນ​ໃຫ້​ຮູ້​ວ່າ, ເວ​ລາ 0ໂມງ 5ນາ​ທີ​ຂອງວັນ​ທີ 17 ສິງ​ຫາ​ຕາມ​ເວ​ລາ​ທ້ອ​ງ​ຖິ່ນ, ເຮືອ​ບິນ​ໂດຍ​ສານ​ຖ້ຽວMF 8667 ຂອງ​ບໍ​ລິ​ສັດ​ການ​ບິນ​ເຊ້ຍ​ເມິນ​ຈີນທີ່​ບິນ​ຈາກ​ເຊ້ຍ​ເມິນ​ໄປ​ສູ່​ມ​ະ​ນີ​ລາ​ນັ້ນ​ໄດ້​ແລ່ນ​ອອກ​ນອກ​ເລນ​ໃນ​ເວ​ລາ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ມ​ະ​ນີ​ລາ. ຫຼັງ​​ເຮືອ​ບິນ​ຈອດ​ແລ້ວ, ​ຜູ້​ໂດຍ​ສານ​ທັງ​ໝົດປອດ​ໄພ.

 

ປະ​ຈຸ​ບັນ, ທາງ​ສະ​ໜາມ​ບິນ​ມະ​ນີ​ລາ​ຍັງ​ບໍ່​ທັນອອກ​ຖະ​ແຫຼງ​ການ​ໃດໆ​ເທື່ອ.

ຄຳ​ເຫັນ

0