黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍ​ເປີດບໍ​ລິ​ການ​ຮ້ອງ​ຂໍ​ການຍື່ນ​ຄຳ​ຮ້ອງ​ເພື່ອ​ລົງ​ທຶນ​ທາງ​ອິນ​ເຕີ​ເນັດ​ຜ່ານ​ປະ​ຕູ​ດຽວ

2018-08-17 16:47:04 cri

ວັນ​ທີ 16 ສິງ​ຫາ​ນີ້ຢູ່​ສຳ​ນັກ​ງານທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ການ​ລົງ​ທຶນ​ອິນ​ໂດ​ເນ​ເຊຍ​ຫຼື BKPM ໄດ້​ຈັດ​ງານ​ໂຄ​ສະ​ນາ​ລະ​ບົບ​​ຍື່ນ​ໃບ​ຄຳຮ້ອງ​ເພື່ອ​ລົງ​ທຶນ​ທາງ​ອິນ​ເຕີ​ເນັດ​​ສະ​ເພາະວິ​ສາ​ຫະ​ກິດ​ຈີນ, ຜູ້​ຕາງ​ໜ້າ​ຈາກວິ​ສາ​ຫະ​ກິດ​ຈີນ​​ຫຼາຍ​ຮ້ອຍ​ແຫ່ງ​ໄດ້​ເຂົ້າ​ຮ່ວມ.

ທ່ານ​ຫວາງ​ລີ້​ຜິງ ທູດ​ການ​ຄ້າ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ອິນ​ໂດ​ເນ​ເຊຍ​ໄດ້​ເຂົ້າ​ຮ່ວມ​ງານ​ອະ​​ທິ​​ບາຍ​ດັ່ງ​ກ່າວ, ແລະ​ຍ້ອງ​ຍໍ “ລະ​ບົບຍື່ນ​ຄຳ​ຮ້ອງ​ເພື່ອ​ລົງ​ທຶນ​ຜ່ານ​ເວບ​ໄຊ​ດຽວ​ຫຼື OSS” ​ທີ່ມີ​ຜົນ​ດີ​ຊ່ວຍ​ໃຫ້​ຂັ້ນ​ຕອນ​ການ​​ຍື່ນ​ຄຳ​ຮ້ອງ​ເພື່ອ​ລົງ​ທຶນ​ກະ​ທັດ​ຮັດ​ແລະ​ສະ​ດວກກວ່າ​ເກົ່າ, ຫຼຸດ​ເວ​ລາ​ການ​ຍື່ນ​ຄຳ​ຮ້ອງ​ໄດ້​ຫຼາຍແລະ​ຍົກ​ສູງ​ສະ​ມັດ​ຕະ​ພາບ.

ລະ​ບົບ OSS ແມ່ນ​ລະ​ບົບ​ທີ່​ຮັບ​ຮອງ​​ການ​ຍື່ນ​ຄຳ​ຮ້ອງ​ເພື່ອຂໍ​ການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ອິນ​ໂດ​ເນ​ເຊຍ​ແລະ​ຕ່າງ​ປະ​ເທດ. ນັກ​ລົງ​ທຶນ​ສາ​ມາດ​ສົ່ງ​ໃບ​​ຄຳ​ຮ້ອງ​ເພື່ອຮ້ອງ​ລົງ​ທຶນ​ໃນ​ທຸກ​ເວ​ລາ, ທຸກ​ບ່ອນ​ໂດຍ​ຜ່ານ​ອິນ​ເຕີ​ເນັດ, ຫຼີກ​ເວັ້ນ​ຄວາມ​ຫຍຸ້ງ​ຍາກ​ທີ່ນັກ​ລົງ​ທຶນ “ແລ່ນ​ຈົນຂາ​ຈັງ” ຢູ່​​ພາກ​ສ່ວນ​ຕ່າງໆ.

ຄຳ​ເຫັນ

0