尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​​ກາຍ​ເປັນ​ຕະ​ຫຼາດ​ນຳ​ໃຊ້ຫຸ່ນ​ຍົນ​ອຸດ​ສາ​ຫະ​ກຳ​ອັນ​ດັບ​ໜຶ່ງ​ຂອງ​ໂລກ 5 ປີ​ລຽນ​ຕິດ

2018-08-17 11:56:10 cri

ໜັງ​ສື​ພິມ​ຊາວ​ໜຸ່ມ​ປັກ​ກິ່ງ​ຂອງ​ຈີນ​ໃຫ້​ຮູ້​ວ່າ: ເວ​ທີ​ປຶກ​ສາ​ຫາ​ລື​ຂອງກອງ​ປະ​ຊຸມ​ຫຸ່ນ​ຍົນ​ໂລກ 2018 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ສິງ​ຫາ​ນີ້,ທ່ານ ຊິ່ນ​ໂກ​ປິ່ນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ຂໍ້​ມູນ​ຂ່າວ​ສານ​ຈີນ​ໄດ້​ລາຍ​ງານ​ວຽກ​ງານ​ໃນ​ເວ​ທີ​ປຶກ​ສາ​ຫາ​ລືດັ່ງ​ກ່າວ​ວ່າ: ປະ​ລິ​ມານ​ການ​ຈຳ​ໜ່າຍ​ຫຸ່ນ​ຍົນ​ອຸດ​ສາ​ຫະ​ກຳ​ຈີນ​ໃນ​ປີ 2017 ໄດ້​ບັນ​ລຸ 14,1 ໝື່ນ​ເຄື່ອງ ຊຶ່ງ​ໄດ້​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ຕະ​ຫຼາດ​ຫຸ່ນ​ຍົນ​ອຸດ​ສາ​ຫະ​ກຳ​ອັນ​ດັບ​ໜຶ່ງ​ຂອງ​ໂລກ 5 ປີ​ລຽນ​ຕິດ. ທ່ານ​ກ່າວ​ຕື່ມວ່າ, ໃນ 7 ເດືອນ​ຕົ້ນ​ປີ​ນີ້, ປະ​ລິ​ມານ​ການ​ຜະ​ລິດ​ຫຸ່ນ​ຍົນ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 21%, ລະ​ດັບ​​ການຫັນເປັນ​​ອຸດ​ສາ​ຫະ​ກຳ​​ແບບ​ນຳ​ໃຊ້ຫຸ່ນ​ຍົນ​ຂອງ​ຈີນ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອ​ນ​ອັນ​ມະ​ຫາ​ສານ,ຈີນ​ຫວັງ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ໃນ​ສາ​ກົນ​ຕື່ມ​ອີກ.
 

ເວ​ທີ​ປຶກ​ສາ​ຫາ​ລື​ຂອງກອງ​ປະ​ຊຸມ​ຫຸ່ນ​ຍົນ​ໂລກ​ຈະ​ດຳ​ເນີນໄປເປັນ​ເວ​ລາ 3 ວັນ, ໃນ​ສອງ​ມື້​ທຳ​ອິດ​ຈະ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງ​ໆ​ເຊັ່ນ:ເຕັກ​ໂນ​ໂລ​ຊີ​ພື້ນ​ຖານ​ແລະ​ການ​ປະ​ດິດ​ສ້າງ​ໃໝ່,ປັນ​ຍາ​ທຽມ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ,ສະ​ພາບ​​ການ​ພັດ​ທະ​ນາ​ຂອງຕະ​ຫຼາດ​ໃນ​ຕໍ່​ໜ້າ​ແລະ​ການ​ລົງ​ທຶນ​ເປັນ​ຕົ້ນ.

ຄຳ​ເຫັນ

0