黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ສູງ​ປາ​ກີ​ສະ​ຖານ

2018-08-17 16:46:13 cri

ວັນ​ທີ 16 ສິງ​ຫາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານຊັນຣາ​ນີ ປະ​ທານ​ສະ​ພາ​ສູງ​ປາ​ກີ​ສະ​ຖານ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ປາ​ກີ​ສະ​ຖານ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຢ່າງ​ສຳ​ເລັດ​ຜົນ, ເຊື່ອ​ວ່າ​ພາຍ​ໃຕ້​ການ​ນຳ​​ພາ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່, ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຂອງ​ປາ​ກີ​ສະ​ຖານ​ຈະ​ໄດ້​ຮັບ​ຜົນ​ງານ​ໃໝ່. ຈີນ​ຈະ​ເຮັດ​ຄື​ດັ່ງ​ທີ່​ເຄີຍ​ໄດ້​ປະ​ຕິ​ບັດ​ຜ່ານ​ມາ, ​ສະ​ໜັບ​ສະ​ໜູນ​ສິດ​ອະ​ທິ​ປະ​ໄຕ​ແລະ​ສິ​ດ​ທິ​ຜົນ​ປະ​ໂຫຍດ​ການ​ພັດ​ທະ​ນາ​ຂອງ​ປາ​ກີ​ສະ​ຖານ, ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-​ປາ​ກີ​ສະ​ຖານ, ປັບ​ປຸງ​ເນື້ອ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ແລະ​ປາ​ກີ​ສະ​ຖານ​ໃຫ້ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານຊັນ​ຣານີ ກ່າວ​ວ່າ, ມິດ​ຕະ​ພາບ​​ກັບ​ຈີນ​ແມ່ນ​ພື້ນ​ຖານ​​ຂອງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດແລະ​ຄວາມ​ເປັນ​ເອ​ກະ​ສັນ​ກັນ​ຂອງ​ພັກ​ຝ່າຍ​ຕ່າງໆ​ປາ​ກີ​ສະ​ຖານ, ນະ​ໂຍ​ບາຍ​ດັ່ງ​ກ່າວ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ. ລັດ​ຖະ​ບານ​ຊຸດ​ໃໝ່​ຍິນ​ດີ​ຮ່ວມ​ກັບ​ຈີນ​ຊຸກ​ຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຮ່ວມ​ກັນ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານ.

ຄຳ​ເຫັນ

0