蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖານ​ທູດ​ຈີນ​​ໃຫ້​ການ​ຊ່ວຍ​ເຫຼືອ​ລ້າ​ແກ່​ປ​ະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ​ກຳ​ປູ​ເຈຍ

2018-08-17 14:53:37 CRI

ວັນ​ທີ 16 ສິງ​ຫາ​ນີ້, ພິ​ທີ​ມອບ-ຮັບ​ວັດ​ຖຸ​ຊ່ວຍ​ເຫຼືອ​ລະ​ຫວ່າງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ແລະ​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ກຳ​ປົງ​ຈາມປະ​ເທດ​ກຳ​ປູ​ເຈຍ​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງດັ່ງ​ກ່າວ, ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ 1.500 ກວ່າຄອ​ບ​ຄົວ​ໄດ້​ຮັບ​ເຄື່ອງ​ຊ່ວ​ຍ​ເຫຼືອ​ຈາກ​ສະ​ຖານ​ທູດ​ຈີນ.

ທ່ານ​ສົງ​ໂປ່ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ກ່າວ​ວ່າ, ຈີນ​ມີ​ສຸ​ພາ​ສິດ​ວ່າ: “​ເມື່ອ​ພົບ​ຄວາມ​ຫຍຸ້ງ​ຍາກ, ຄົນ​ທຸກ​ທິດ​ຈະ​ມາ​ຊ່ວຍ​ເຫຼືອ”, ພວກ​ຂ້​າ​ພະ​ເຈົ້າ​ຍິນ​ດີ​ໃຫ້​ການ​ຊ່ວ​ຍ​ເຫຼືອ​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ລັດ​ຖະ​ບານ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ທີ່​​ມີ​ທ່ານ​ຮຸນ​ແຊນ​ເປັນ​ແກນ​ນຳ, ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຍ່ອມ​ຈະ​ສາ​ມາດ​ຜ່ານ​ຜ່າ​ໄພ​ພິ​ບັດ​ນ້ຳ​ຖ້ວມ ແລະ ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ໄດ້​ໂດຍ​ໄວ.

ຄຳ​ເຫັນ

0