何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ລະ​ດັບ​ສູງ​ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນ​ຍາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ປີ 2018 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2018-08-17 16:03:49 CRI

ວັນ​ທີ 17 ສິງ​ຫາ​ນີ້,  ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈ​ຕີນ​ໃຫ້​ຮູ້​ວ່າ, ກອງ​ປະ​ຊຸມ​ລະ​ດັບ​ສູງ​ກ່ຽວ​ກັບຊັບ​ສິນ​ທາງ​ປັນ​ຍາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ປີ 2018 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ແຕ່ ວັນ​ທີ 28-29 ສິງ​ຫາ​ນີ້. ນັບ​ມາ​ຮອດ​ປະ​ຈຸ​ບັນ, ໄດ້​ມີ ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ 40 ກວ່າ​ປະ​ເທດ ແລະ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນກໍ​ຄື​ສາ​ກົນ​ໄດ້​ສະ​ເໜີ​ຊື່​ເຂົ້າ​ຮ່ວມ. ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຈະ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ໃໝ່​ດ້ານ​ການ​ຂະ​ຫຍາຍ​ຕົວ​ຂອງຊັບ​ສິນ​ທາງ​ປັນ​ຍາ​ສາ​ກົນ​ໃນ​ປະ​ຈຸ​ບັນ, ປຶກ​ສາ​ຫາ​ລື​ບັນ​ຫາ​ດ້ານຊັບ​ສິນ​ທາງ​ປັນ​ຍາ​ທີ່​ບັນ​ດາ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ກຳ​ລັງ​ຜະ​ເຊີນ, ຮ່ວມ​ກັນ​ຄົ້ນ​ຄວ້າ​ວິ​ໃສ​ທັດ​ແຫ່ງ​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ.

 

ກອງ​ປະ​ຊຸມ​ຈະ​ຈັດ​ໃຫ້​ມີ​ການ​ປາ​ຖະ​ກະ​ຖາປະ​ມານ 30 ຄັ້ງ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ, ເຊັ່ນ, “ນຳ​ໃຊ້​​ຊັບ​ສິນ​ທາງ​ປັນ​ຍາ​ເພື່ອ​ຊຸກ​ຍູ້​ໃຫ້ມີ​ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ ແລະ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ລຽບ​ຕາມ​ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​ພັດ​ທະ​ນາ” , “ເພີ່​ມ​ທະ​ວີ​ການ​ຮ່ວມ​ມື, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃໝ່​ສຳ​ລັບ​ລະ​ບົບ​ຊັບ​ສິນ​ທາງ​ປັນ​ຍາ​ຂອ​ງ​ທົ່ວ​ໂລກ​ໃຍຸກ​ດີ​ຈີ​ຕອນ-ກົດ​ໝາຍ, ນະ​ໂຍ​ບາຍ ແລະ​ພຶດ​ຕິ​ກຳ​ດີ​ເດັ່ນ” ແລະ​ອື່ນໆ​ອີກ, ນອກ​ນັ້ນ​ຍັງ​ຈະ​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ຄຳ​ເຫັນ

0