蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ນຳ​ໃຊ້​ສູນ​ຂ່າວ​ເອ​ຊຽນ​ເກມ​ຢ່າງ​ເປັນ​ທາງ​ການ

2018-08-17 14:54:33 CRI

ສູນ​ຂ່າວ​ເອ​ຊຽນ​ເກມ​ຄັ້ງ​ທີ 18 ທີ່​ຕັ້ງ​​ຢູ່​ສູນ​ປະ​ຊຸມ​ຈາ​ກາ​ຕາຖືກ​ເປີດ​ນຳ​ໃຊ້​​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 16 ສິງ​ຫາ​ຜ່ານ​ມາ​ນີ້ ໂດຍ​ມີ​ທ່ານ​ເວີ້ຍ​ຈີ້​ຈົ່ງ ຮອງ​ປະ​ທານ​ກິ​ດ​ຕິ​ມະ​ສັກ​ຕະຫຼອດ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ອາ​ຊີ​ໄດ້​ຕັດ​ແຖບ​ຜ້າ​ໃຫ້​ແກ່​ພິ​ທີ​ເປີດ​ນຳ​ໃຊ້.

ຕາມ​ຂ່າວ​ແຈ້ງວ່າ, ສູນ​ຂ່າວ​ດັ່ງ​ກ່າວ​ຈະ​​ສ້າງ​ຄວາມ​ສະ​ດວກ​ໃຫ້​ນັກ​ຂ່າວ​ໄດ້​ເກືອບ 4.000 ຄົນ. ຈະ​ຈັດ​ໃຫ້​ມີ​ຫ້ອງ​ເຮັດ​ວຽກ, ຫ້ອງ​ພັກ​ຜ່ອນ, ຫ້ອງ​ຮັບ​ແຂກ​ເປັນ​ຕົ້ນ. ນອກ​ຈາກ​ມີ​ອາ​ສາ​ສະ​ໝັກ​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ວາ​ລະ​ການ​ແຂ່ງ​ຂັນ, ຜົນ​ການ​ແຂ່ງ​ຂັນ ແລະ ແຜນ​ທີ່​ສະ​ໜາມ​ກິ​ລາ​ຕ່າງໆ​ແລ້ວ, ຍັງ​ມີ​ອາ​ຫານ, ການ​ແລກ​ປ່ຽນ​ເງິນ​ຕາ ແລະ ອິນ​ເຕີ​ເນັດອີກ​ດ້ວຍ.

ງານ​ກິ​ລາ​ເອ​ຊຽນ​ເກມ​ຄັ້ງ​ທີ 18 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 18 ສິງ​ຫາ​ນີ້.

ຄຳ​ເຫັນ

0