蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດ​ໃຊ້​ພະ​ລັງ​ງານ​ໃໝ່​ຮ້ອຍກວ່າ​ຄັນ​ຂອງ​ຈີນ​ໄດ້​ຖືກ​ນຳ​ໃຊ້​ຢູ່​ນະ​ຄອນຫຼວງ​ບາງກອກ

2018-08-17 14:52:58 CRI

ວັນ​ທີ 16 ສິງ​ຫາ​ນີ້, ພິ​ທີ​ມອບ-ຮັບ​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​ຮ້ອຍກວ່າ​ຄັນ​ທີ່​ວິ​ສາ​ຫະ​ກິດ​ຈີນ​ຜະ​ລິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ, ລົດ​ເຫຼົ່າ​ນີ້​ຈະ​ໃຊ້​ເປັນ​ລົດ​ຕັກ​ຊີ​ແລະ​ລົດ​​ຈອງ​ທາງ​ອິນ​ເຕີ​ເນັດ.ລົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ລົດ​ໄຟ​ຟ້າ E6 ຂອງ​ບໍ​ລິ​ສັດ BYD ລວມ​ທັງ​ໝົດ​ມີ 101 ຄັນ.

ວິ​ສາ​ຫະ​ກິດ​ໄທ​ຍັງ​ໄດ້​ເຊັນ​ສັນ​ຍາ​ກັບ​ບໍ​ລິ​ສັດ BYD ໃນ​ມື້​ດຽວ​ກັນ ເພື່ອ​ກຽມ​ຈະ​ນຳ​ເຂົ້າ​ລົດ​ໄຟ​ຟ້າ E6 ອີກ 1.000ຄັນ​ໃນຫຼາຍ​ປີ​ຂ້າງ​ໜ້າ.

ຂ່າວ​ແຈ້ງວ່າ, ລົດ​ໄຟ​ຟ້າ E6 ໄດ້​ໃຊ້​ແບັດ​ເຕີ​ຣີ​ລິ​ຣຽມ​ທີ່​ບໍ​ລິ​ສັດ BYD ​ຄດ​ຄົ້ນ​ຜະ​ລິດ​ເອງ, ມີ​ຄວາມ​ປອດ​ໄພ​ດີ ແລະ ຈະ​ບໍ່​ປ່ອຍ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ. ​ລົດ​​ເຫຼົ່ານີ້​ສາກ​ໄຟ​​ພຽງ 2 ຊົ່ວ​ໂມງ, ແລ່ນ​ໄດ້ 400 ກິ​ໂລ​ແມັດ ແລະ ຖືກ​ນຳ​ໃຊ້​ຢູ່ 10 ກວ່າ​ປະ​ເທດ​ ແລະ ເຂດ​ແຄວ້ນ​ແລ້ວ.

ຄຳ​ເຫັນ

0