曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມສຸດຍອດປັກກິ່ງຈະເຮັດໃຫ້ການພົວພັນລະຫວ່າງຈີນ-ອາຟຼິກາພັດທະນາຂຶ້ນສູ່ລະດັບໃໝ່

2018-08-18 17:31:47 cri

ທ່ານ​ອາ​ມີ​ຣາ ເອວ​ຟາ​ດີວ ກຳ​ມະ​ການວຽກ​ງານ​ທາງ​ສັງ​ຄົມ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ອາ​​ຟຼິ​ກາ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ, ກອງ​ປະ​ຊຸມ​ສຸດຍອດ​ປັກ​ກິ່ງ​ຂອງ​ເວ​ທີ​​ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​​ຟຼິ​ກາ​ທີ່ຈະ​ຈັດ​ຂຶ້ນໃນ​ໄວໆ​ນີ້​ຈະ​​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ດ້ານ​ລ​ະ​ຫວ່າງ​ຈີນ-ອາ​ຟຼິ​ກາ​ພັດ​ທະ​ນາ​ຂຶ້ນ​ສູ່ລະ​ດັບ​ໃໝ່.

ທ່ານ​ອາ​ມີ​ຣາ​ກ່າວ​ວ່າ, ທ່ານ​ມູ​ຊາ ຟາ​ຄີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ ອາ​​ຟຼິ​ກາຈະ​​ນຳພາ​ຄະ​ນະ​ຜູ້​ຂັ້ນ​ຊັ້ນ​ສູງ​ເດີນ​ທາງ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດຍອດ​ປັກ​ກິ່ງ​ຂອງ​ເວ​ທີ​​ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-​ອາ​​ຟຼິ​ກາ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກັນ​ຍາ​ປີ​ນີ້. ເມື່ອ​ຮອດ​ເວ​ລາ​ນັ້ນ, ສະ​ຫະ​ພາບ​ອາ​​ຟຼິ​ກາ​ແລະ​ຈີນ​ຈະ​ເຊັນ​​ບົດບັນ​ທຶກ​ຄວາມ​ເຂົ້າ​ໃຈ​ທີ່​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ຕ່າງໆ​ຄື​ການ​ພັດ​ທະ​ນາ​ສັງ​ຄົມ​ແລະສາ​ທາ​ລະ​ນະ​ສຸກ​ເປັນ​ຕົ້ນ.

ທ່ານ​ອາ​ມີ​ຣາ​​ຍັງກ່າວ​​ຕື່ມວ່າ, ສະ​ຫະ​ພາບອາ​​ຟຼິ​ກາ​ແລະ​ຈີນ​​ພວມ​ກຽມ​ຄວ​າມ​ພ້ອມ​ຕ່າງໆ​ເພື່ອ​ກອງ​ປະ​ຊຸມ​ສຸດຍອດ​ປັກ​ກິ່ງ​, ກອງ​​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ແນ່ນອນ, ​ແລະ​ຈະ​ຍົກ​ສູງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​​ລະ​ຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ທ່ານ​ອາ​ມີ​ຣາ​ເຫັນ​ວ່າ, ກອງ​ປະ​ຊຸມ​ສຸດຍອດຂອງ​ເວ​ທີ​​ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​​ຟຼິ​ກາໄດ້​ກາຍ​ເປັນ​ເວ​ທີແລກ​ປ່ຽນ​ແບບປະ​ຈຳ​ລະ​ຫວ່າງ​ອາ​​ຟຼິ​ກາກັບ​ຈີນ, ແລະ​ໄດ້​​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຫຼ​ວງ​ຫຼາຍ.

ຄຳ​ເຫັນ

0