覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ໂຍ​ບາຍ​ພາ​ສີ​ຂອງ​ອາ​ເມ​ຣິ​ກາ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ງານ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ

2018-08-18 15:19:42 cri
ວັນທີ 16 ສິງຫາ​ນີ້, ທະ​ນາ​ຄານ​ຄັງ​ສຳ​ຮອງ​ສະ​ຫະ​ລັດ​ນີວຢອກອາເມຣິ​ກາ​ໄດ້​ເປີດ​ເຜີຍຜົນ​ການ​ສຳຫຼວດ​ສະ​ບັບ​ໜຶ່ງ​ວ່າ: ລັດຖະບານ​ອາ​ເມ​ຣິກາຂຶ້ນ​ພາ​ສີ​ຕໍ່ສິນຄ້າ​ນຳ​ເຂົ້າ ໄດ້ສ້າງສອງພາລະໃຫ້ວິສາຫະກິດ​ອາ​ເມ​ຣິກາຄືຕົ້ນຕຶ້ນ​ເພີ່ມຂຶ້ນແລະ​ຜົນ​ການ​ຈຳ​ໜ່າຍຢູ່ຕ່າງປະເທດໄດ້ຫຼຸດລົງ, ຈິ່ງໄດ້​ສ້າງ​ຜົນ​ສະທ້ອນທາງລົບຕໍ່ຜົນງານທຸລະກິດຂອງວິ​ສາ​ຫະ​ກິດ​ທົ່ວ​ອາ​ເມ​ຣິກາ. 


ການສຳຫຼວດຄັ້ງນີ້ຕົ້ນຕໍເນັ້ນເປົ້າໝາຍທີ່ເປັນ​ວິ​ສາ​ຫະ​ກິດການຜະລິດລັດນີວຢອກ, ວິ​ສາ​ຫະ​ກິດການ​ບໍ​ລິການຂອງ​ນະ​ຄອນນີວຢອກແລະເຂດພາກເໜືອລັດນີວ​ເຈີ​ຊີ ແລະຜົນການສຳຫຼວດສະແດງ​ໃຫ້​ເຫັນ​ວ່າ: ວິ​ສາ​ຫະ​ກິດການຜະລິດ 68%ແລະວິສາຫະກິດ​ການບໍລິ​ການ 44% ທີ່ໃຫ້ສຳພາດເຫັນວ່າ  ລັດຖະບານ​ອາ​ເມ​ຣິກາຂຶ້ນພາສີຕໍ່​ສິນ​ຄ້ານຳເຂົ້າໃນໄລຍະຜ່ານມາ ໄດ້ສົ່ງຜົນເຮັດ​ໃຫ້​ວິສາຫະກິດຕ້ອງໃຊ້ຕົ້ນທຶນເພີ່ມຂຶ້ນ. 

 ໃນດ້ານຜົນສະທ້ອນໃນຕໍ່ໜ້າຂອງ​ນະ​ໂຍບາຍພາສີຂອງ​ລັດຖະບານອາ​ເມ​ຣິກາ, ວິສາຫະກິດ​ການ​ຜະ​ລິດ​ທີ່​ໃຫ້​ສຳ​ພາດມີປະມານ 3/4 ເຫັນວ່າ ຕົ້ນທຶນຂອງ​ວິສາຫະກິດຈະ​ເພີ່ມ​ຂຶ້ນ​ໃນ ​ປີ 2018ແລະປີ2019, ແລະວິສາຫະກິດປະມານ 50% ເຫັນວ່າ ລາຄາ​ສິນຄ້າຈຳໜ່າຍ​ກໍ​ຈະສູງ​ຂຶ້ນໃນປີ 2018ແລະປີ2019ເຊັ່ນດຽວກັນ, ຂະນະທີ່ວິສາຫະກິດການ​ບໍ​ລິການ 1/3 ຄາດ​ວ່າ ລາຄາສິນຄ້າຈຳໜ່າຍຈະ​​ສູງ​ຂຶ້ນ​ໃນໄລຍະສອງປີ​ດັ່ງ​ກ່າວ.

ໃນດ້ານຍອດ​ມູນ​ຄ່າການຈຳໜ່າຍ, ວິສາຫະກິດທີ່ໃຫ້ສຳພາດລ້ວນ​ແຕ່​ເຫັນ​ວ່າ ການ​ຂຶ້ນ​ພາ​ສີ​ຕໍ່ສິນຄ້າ​ນຳ​ເຂົ້າ​ຈະ​ເກີດມີຜົນສະທ້ອນທາງລົບຕໍ່ການຈຳໜ່າຍ​ສິນຄ້າ​ຢູ່​ຕ່າງ​ປະ​ເທດ​ຂອງວິ​ສາ​ຫະ​ກິດ​ຕົນ.

ຄຳ​ເຫັນ

0