鄭林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢາກ​ຍົກສູງ​ຄຸນ​ນະ​ພາບ​ແລະ​ລະ​ດັບເສດ​ຖະ​ກິດ​ການ​ຄ້າ​ຈີນ-​ຍິ່​ປຸ່ນ​​ ຈະສາ​ມາດ​ປະ​ຕິ​ບັດ​ການ​ໄດ້​ຈາກ​ຫຼາຍ​ດ້ານ

2018-08-18 18:20:16 CRI

   ​​​​​ເນື່ອງ​ໃນ​ໂອ​ກາດກ​ານ​ເຊັນ “​ສົນ​ທິນ​ຍາ​ສັນ​ຕິ​ພາບ-​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ”ຄົບ​ຮອບ 40 ປີ, ທ່ານ​ຫຼີ​ເ​ຄີ້​​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ແລະ​ທ່ານ​ຊິນ​ໂຈະ ອະ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​​ຍີ່​ປຸ່ນ ​ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນແກ່ກັນ ໂດຍ​ກ່າວ​ວ່າ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຊຸ​ກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​-ຍີ່​ປຸ່ນ​ໃຫ້ຂະ​ຫຍາຍ​ຕົວ​ຢ່າງ​ຍາວ​ນານ ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

   ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖ​ະ​ກິດ​ການ​ຄ້າ​ຈີນ​-ຍີ່​ປຸ່ນ, ​ໄດ້​ເລີ່ມ​ຕົ້ນ​ໃນ​ໂອ​ກາດ​ຈີນ​ແລະ​​ຍີ່​ປຸ່ນ​ຟື້ນ​ຟູ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ. ຈາກນັ້ນ​ມາ​ບໍ່​ດົນ, ຍີ່​ປຸ່ນ​ກໍ​ກາຍ​ເປັນ​ປະ​ເທດ​ຄູ່​​ຄ້າ​ທີ່​ໃຫຍ່ກວ່າ​ໝູ່​ຂອງ​ຈີນ. ຕົກ​ມາ​ຮອດປີ2007, ຍອດ​ມູນ​ຄ່າການ​ຄ້າດ້ານ​ສິນ​ຄ້າ​​ປະ​ເພດ​ຈັບ​ຕ້ອງ​ໄດ້ລະ​ຫວ່າງ​ຈີນ​ຍີ່​ປຸ່ນ​ບັນ​ລຸ​ເຖີງ 27.900 ພັນ​ຕື້ເຢັນ, ຈີນ​ລື່ນ​ກາຍ​ອາ​ເມ​ລິ​ກາ​ ແລະ​ກາຍ​ເປັນ​ປະ​ເທດ​ຄູ່​​ຄ້າ​ໃຫຍ່ກວ່າ​ໝູ່​ຂອງ​ຍີ່​ປຸ່ນ.

   ການ​ພົວ​ພັນ​ຈີນ​-ຍີ່​ປຸ່ນ​ຂະ​ຫຍາຍ​ຕົວ​ຜ່ານ​ມາ 40 ກວ່າ​ປີ,​ ເຊິ່ງຈຸດ​ພິ​ເສດ​​ທີ່​ເດັ່ນກວ່າ​ໝູ່​ກໍ​​ຄື​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ສະ​ໜິດ​ແໜ້ນ​ທີ່​ສຸດ. ນັບ​ແຕ່​ປີ2007ເປັນ​ຕົ້ນ​ມາ ຈີນ​ເປັນ​ປະ​ເທດ​ຄູ່​ຄ້າ​ໃຫຍ່ກວ່າ​ໝູ່​ຂອງ​ຍີ່ປຸ່ນ​​ເປັນ​ເວ​ລາ 11 ປີ​ລຽນ​ຕິດ.​ ປີ2017, ຍອດ​ມູນ​ຄ່າ​ການສົ່ງ​ອອກສິນ​ຄ້າ​ປະ​ເພດ​ຈັບ​ຕອງ​ໄດ້​ຂອງ​ຍີ່​ປຸ່ນ​ຕໍ່​ຈີນ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ. ​ຂະ​ນະ​ທີ່ໃນ 6 ເດືອນ​ຕົ້ນ​ປີນີ້, ນັກ​ທ່ອງ​ທ່ຽວ​ຈີນທີ່​ໄປ​ທ່ຽວ​ຢູ່​ຍີ່​ປຸ່ນ​ມີ​ຫຼາຍກວ່າ 4 ລ້ານ​ເທື່ອຄົນ, ເປັນ​ອັນ​ດັບ​ທີ​ໜຶ່ງ​ໃນ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າ​ງ​ປະ​ເທດທີ່​ໄປ​ທ່ຽວ​ຍີ່​ປຸ່ນ. ຜູ້​ຊ່ຽວ​ຊານ​ຍີ່​ປຸ່ນ​ກ່າວ​ວ່າ, ສັງ​ຄົມ​ຍີ່​ປຸ່ນໄດ້​ເກີດ​ຄວາມ​ອີງ​ອາ​ໄສ​ຕໍ່​ເສດ​ຖະ​ກິດ​ຈີນ​ແລ້ວ.

   ຈ້ອງມອງ​ຕໍ່ອະ​ນາ​ຄົດ, ​ເມື່ອການ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ຍີ່ປຸ່ນ​ໄດ້​​ຂະ​ຫຍາຍ​ຕົວ​ໄປ​ຄວບ​ຄູ່​ກັນ​ຢ່າງ​ໃຜ​ປາ​ສະ​ຈາກ​ໃຜ​ກໍ​ບໍ່​ໄດ້​ອີກ​ແລ້ວ, ກໍຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ​ແລະ​ເລື່ອນ​ລະ​ດັບ​ໃຫ້​ສູງ​ຂຶ້ນ. ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ, ໄດ້​ສ້າງ​ໂອ​ກາດ​ກາ​ນ​ຄ້າ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ, ແລະ​​​ມີ​ບົດ​ບາດ​ຕໍ່ການຈັດ​ວາງ​ຍຸດ​ທະ​ສາດ​ໃນ​ທົ່ວ​ໂລກ​ຂອງວິ​ສາ​ຫະ​ກິດ​ຍີ່​ປຸ່ນ. ນອກນີ້, ຈີນ​ມີ​​ລະ​ດັບ​ນຳ​ໜ້າ​ໂລກໃນ​ຂົງ​ເຂດປັນ​ຍາ​ປ​ະ​ດິດ, ການ​ເງິນ​ທາງ​ອິນ​ເຕີ​ເນັດ​ແລະ​ອື່ນໆ, ​ຂະ​ນະ​ທີ່​ຍີ່​ປຸ່ນ​​ມີ​ບົດ​ຮຽນຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ການ​ຜະ​ລິດຊິບ, ການ​ແພດ​ການ​ປິ່ນ​ປົວ​ແລະ​ການ​ລ້ຽງ​ດູ​ຜູ້​ເຖົ້າ​ຜູ້​ແກ່​ເປັນ​ຕົ້ນ, ເຊິ່ງ​ໄດ້​ສະ​ໜອງ​ໂອ​ກາດ​ສຳ​ຄັນ​ແລະ​ທິດ​ການ​ຮ່ວມ​ມື​ໃຫ້​ແກ່​ສອງ​ປະ​ເທດ​ໃນ​ການ​ຍົກສູງ​ຄຸນ​ນະ​ພາບ​ແລະ​​ເລື່ອນລະ​ດັບ​ຂອງ​ການ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ໃຫ້ສູງ​ຂຶ້ນ.

   ສິ່ງ​ສຳ​ຄັນ​ກວ່ານັ້ນ​ແມ່ນ ປະ​ມຸກ​ລັດຂອງ​ສອງ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ປະ​ກອບ​ສ່ວນ​​ເພື່ອ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ທ່ຽງ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ, ນີ້​ໄດ້​ເປີກວ້າງ​ວິ​ໄສ​ທັດ​ການຍົກສູງ​ຄຸນ​ນະ​ພາບ​ແລະເລື່ອນ​ລະ​ດັບການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ຍີ່​ປຸ່ນ​ໃຫ້​ສູງ​ຂຶ້ນ. ​ຂໍ​ພຽງ​ແຕ່​ສອງ​ປະ​ເທດ​ຍຶດ​ຖື​ຫຼັກ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ກໍ​ຈະ​ສາ​ມາດ​ຍົກ​ສູງ​ຄຸນ​ນະ​ພາບ​ແລະເລື່ອນ​​ລະ​ດັບ​ແຫ່ງ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ຍີ່​ປຸ່ນ​ໃ​ຫ້​ສູງຂຶ້ນ​ຢ່າງ​ຕໍ່​ເນື່ອງ, ແລະ​ປະ​ກອບ​ສ່ວນ​ໃໝ່​ຕໍ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ອາ​ຊີ​ແລະ​ຕໍ່​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ໂລກ.

ຄຳ​ເຫັນ

0