曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄພນ້ຳຖ້ວມຢູ່ລັດເຄຣາລາຂອງອິນເດຍໄດ້ເຮັດໃຫ້ 300 ກວ່າຄົນເສຍຊີວິດ

2018-08-18 17:30:59 cri

ຫ້ອງ​ການຜູ້​ວ່າ​ການ​ລັດ​ເຄ​ຣາ​ລາ​​ທາງພາກ​ໃຕ້​ອິນ​ເດຍ​ຢືນ​ຢັນ​ໃນວັນ​ທີ 17 ສິງ​ຫາ​ນີ້​ວ່າ, ນັບແຕ່​ວັນ​ທີ 29 ພຶດ​ສະ​ພາ​ປີ​ນີ້​ເປັນ​ຕົ້ນ​ມາ, ລັດ​​ຕົນ​ໄດ້​ມີ 324 ຄົນ​ເສຍ​ຊີ​ວິດ​ຍ້ອນ​ເກີດ​ໄພນ້ຳ​ຖ້ວມ, ໃນ​ນັ້ນ, ແຕ່​ວັນ​ທີ 9 ສິງ​ຫາ​ນີ້​ເປັນ​ຕົ້ນ​ມາ​ໄດ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 164 ຄົນ.

ຫ້ອງ​ການ​ຜູ້​ວ່າ​ການ​ລັດ​ເຄ​ຣາ​ລາ​ກ່າວ​ຕື່ມ​ວ່າ, ລັດ​ຕົນ​ພວມ​ປະ​​ສົບໄພ​ນ້ຳ​ຖ້ວນ​​ທີ່​ໜັກ​ໜ່ວງ​ແບບ​ຮ້ອຍ​ປີ​​ມີ​ເທື່ອ​ໜຶ່ງ, ປັດ​ຈຸ​ບັນ​ໄດ້​ມີຜູ້​ປະ​ສົບ​ໄພ 2 ແສນ 2 ໝື່ນ​ຄົນ​ຖືກ​ຈັດ​ວາງ​ຢູ່​ສູນ​​ບັນ​ເທົາ​ທຸກ 1500 ກວ່າ​ແຫ່ງ. ຍ້ອນ​ວ່າ​ຝົນ​ຕົນ​ໜັກຫຼາຍ​​ມື້​ລຽນ​ຕິດ, ​ລະ​ດັບ​ນ້ຳ​ຂອງ​ບັນ​ດາແມ່​ນ້ຳ​ແລະ​ອ່າງນ້ຳ​​ຕ່າງໆຂອງ​ລັດ​ເຄ​ຣາ​ລາ​​ໄດ້​ຍຶ່ງ​ຂຶ້ນ​​ເລື້ອຍໆ, ​ສົ່ງ​ຜົນ​ເຮັດ​ໃຫ້​ໄພ​ພິ​ບັດ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ.

ຄຳ​ເຫັນ

0