覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ເຖິງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກີ​ສະ​ຖານ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃໝ່

2018-08-18 15:20:48 cri
ວັນທີ 17 ສິງຫາ​ນີ້, ທ່ານຫຼີ​ເຄີ້ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກຊົມເຊີຍ​ເຖິງ​ທ່ານອິມ​ຣານ ຄານ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນນາ​ຍົກ​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ລັດອິລາມ​ປາກີສະຖານ. 


ໂທລະເລກຂອງທ່ານຫຼີ​ເຄີ້​ສຽງໄດ້ຢືນ​ຢັນ​ວ່າ: ຈີນ-ປາກີສະຖານເປັນຄູ່ຮ່ວມ​ມືຍຸດທະສາດທຸກສະພາບ​ການ​, ການພົວພັນລະຫວ່າງສອງປະເທດໄດ້ຜ່ານຜ່າ​ການ​ທົດ​ສອບ​ຈາກການເວລາແລະການຜັນແປຂອງສະຖາ​ນະ​ການ​ສາກົນ ແລະຂະຫຍາຍຕົວກ້າວໄປໜ້າ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ຢ່າງສະເໝີຕົ້ນສະເໝີ​ປາຍ. ໃນ​ຊຸມ​ປີມໍ່ໆມາ​ນີ້, ຄວາມ​ໄວ້ເນື້ອເຊື່ອໃຈກັນທາງ​ການ​ເມືອງ​ລະ​ຫວ່າງ​ຈີນ-ປາກີສະຖານເລິກເຊິ່ງຍິ່ງຂຶ້ນ, ການຮ່ວມ​ມືໃນ​ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”​ໄດ້​ຮັບ​ປະ​ສິດ​ທິ​ຜົນ​, ການກໍ່ສ້າງແລວທາງ​ເສດ​ຖະ​ກິດ​ຈີນ-ປາກີສະຖານ​ໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ ເຊິ່ງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງໃຫ້ແກ່ສອງ​ປະ​ເທດກໍຄືປະຊາຊົນສອງຊາດ. ຂ້າພະເຈົ້າຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ທ່ານທີ່​ສະ​ແດງ​ທ່າ​ທີຢ່າງຕັ້ງໜ້າ​ວ່າ​ຈະ​ເດັດດ່ຽວເສີມຂະຫຍາຍສາຍພົວ​ພັນ​ຈີນ-ປາກີສະຖານແລະຂ້າພະເຈົ້າຍິນ​ດີ​ສ້າງ​ສາຍ​ພົວພັນ​ທີ່ດີທາງການເຮັດວຽກແລະມິດຕະພາບສ່ວນຕົວກັບທ່ານ​ເພື່ອ​ຮ່ວມກັນສືບທອດ​ມິດ​ຕະ​ພາບ​ທີ່​ເປັນມູນເຊື້ອລະຫວ່າງຈີນ-ປາ​ກີ​ສະ​ຖານ, ລົງ​ເລິກການຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງມີຜົນປະ​ໂຫຍດ​ໃນຂົງເຂດຕ່າງໆລະຫວ່າງສອງປະເທດ, ພະຍາ​ຍາມຢ່າງ​ບໍ່​ລົດ​ລະ​ເພື່ອ​ສ້າງ​ຄູ່​ຮ່ວມ​ຊາ​ຕາກຳຈີນ-ປາກີສະ​ຖານ. 

ຄຳ​ເຫັນ

0