ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ17 ສິງຫານີ້, ທ່ານອູຊ່ຽນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຖະແຫຼງຕໍ່ອາເມລິກາເປີດເຜີຍບົດລາຍງານກ່ຽວກັບສະຖານະການການພັດທະນາທາງການທະຫານແລະຄວາມໝັ້ນຄົງຂອງຈີນປີ 2018 ໂດຍຊີ້ວ່າ:
ກະຊວງປ້ອງກັນປະເທດອາເມລິກາເປີດເຜີຍບົດລາຍງານກ່ຽວກັບສະຖານະການການພັດທະນາທາງການທະຫານແລະຄວາມໝັ້ນຄົງຂອງຈີນປີ 2018, ໄດ້ບິດເບືອນເຈຕະນາລົມທາງຍຸດທະສາດຂອງຈີນ, ໂຄສະນາຊວນເຊື່ອອັນທີ່ວ່າໄພຂົ່ມຂູ່ທາງການທະຫານຂອງຈີນ, ວິພາກວິຈານແບບໂລເລຕໍ່ການພົວພັນແລະສະພາບການຊ່ອງແຄບໄຕ້ຫວັນເປັນຕົ້ນ. ກອງທັບຈີນຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້, ແລະໄດ້ຕໍ່ວ່າທັກທ້ວງອາເມລິກາຢ່າງເຄັ່ງຂຶມແລ້ວ.
ຈີນເດີນຕາມເສັ້ນທາງພັດທະນາໂດຍສັນຕິຢ່າງເດັດດ່ຽວ, ປະຕິບັດນະໂຍບາຍປ້ອງກັນປະເທດທີ່ມີລັກສະນະປ້ອງກັນຢ່າງເດັດດ່ຽວ, ເປັນປະເທດທີ່ສ້າງສາສັນຕິພາບຂອງໂລກ, ເປັນປະເທດທີ່ປະກອບສ່ວນເພື່ອການພັດທະນາຂອງໂລກແລະ ເປັນປະເທດທີ່ຮັກສາລະບຽບສາກົນ ຢ່າງສະເໝີຕົ້ນສະເໝີປາຍ. ໄຕ້ຫວັນເປັນສ່ວນໜຶ່ງຂອງຈີນ, ນີ້ແມ່ນຄວາມຈິງທີ່ຄັກແນ່ທີ່ສຸດ. ພວກເຮົາທວງໃຫ້ຝ່າຍອາເມລິກາປະຕິບັດຕາມຫຼັກການຈີນດຽວແລະຂໍ້ກຳນົດທີ່ສະບຸໄວ້ໃນຖະແຫຼງການຮ່ວມລະຫວ່າງຈີນ-ອາເມລິກາ 3 ສະບັບ, ແກ້ໄຂບັນຫາກ່ຽວພັນເຖິງໄຕ້ຫວັນຢ່າງລະມັດລະວັງ. ກອງທັບຈີນຈະເຮັດຄືດັ່ງທີ່ເຄີຍໄດ້ປະຕິບັດຜ່ານມາ, ເດັດດ່ຽວປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ເດັດດ່ຽວປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງເຂດຊ່ອງແຄບໄຕ້ຫວັນ.
ອາເມລິກາເປີດເຜີຍ ບົດລາຍງານກ່ຽວກັບສະຖານະການການພັດທະນາທາງການທະຫານແລະຄວາມໝັ້ນຄົງຂອງຈີນ ໃນທຸກປີ, ໄດ້ທຳລາຍຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງຈີນ-ອາເມລິກາ, ແລະກໍບໍ່ສອດຄ່ອງກັບຜົນປະໂຫຍດຮ່ວມລະຫວ່າງສອງຝ່າຍ. ພວກເຮົາທວງໃຫ້ຝ່າຍອາເມລິກາປະຖິ້ມຄວາມຄິດສົງຄາມເຢັນ, ປະຕິບັດຕໍ່ການກໍ່ສ້າງດ້ານການປ້ອງກັນປະເທດແລະການສ້າງ ກອງທັບຂອງຈີນຢ່າງພາວະວິໄສແລະມີສະຕິ, ຢຸດຕິການເປີດເຜີຍບົດລາຍງານທີ່ກ່ຽວຂ້ອງອີກ, ເພື່ອຮັກສາການພົວພັນລະຫວ່າງສອງກອງທັບໃຫ້ຂະຫຍາຍຕົວຢ່າງໝັ້ນທ່ຽງດ້ວຍການກະທຳຕົວຈິງ.
ຄຳເຫັນ
0