覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທີມ​ລາວ​ຄອງ​ແຊມ​ການ​ແຂ່ງ​ຂັນ​ມິດ​ຕະ​ພາບ​ບານ​ເຕະ​ເຍົາ​ວະ​ຊົນ​ຈີນ-ອາ​ຊຽນ​ຊິງ​ຂັນ​ຊົ້ງ​ຊິ້ງຫຼິງ 2018

2018-08-18 15:18:39 cri
圖片默認標題_fororder_laohslsofjsfe3

ການແຂ່ງຂັນມິດຕະພາບ​ບານ​ເຕະເຍົາວະ​ຊົນຈີນ-ອາຊຽນຊິງຂັນ ຊົ້ງ​ຊິ້ງຫຼິງ 2018 ໄດ້ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 16 ສິງ​ຫານີ້​ຢູ່​ສູນ​ຝຶກບານ​ເຕະ​ແຫ່ງ​ຊາດ​ຊຽງເຫີເມືອງຫຼາງຟາງແຂວງເຫີເປີຍຈີນໂດຍຜົນ​ການແຂ່ງຂັນຄື ທີມລາວໄດ້ຄອງແຊມ, ທີມໄທ​ເປັນ​ທີ​ສອງແລະທີມຈີນເປັນທີສາມ. 

ການແຂ່ງຂັນຄັ້ງນີ້ເລີ່ມຂຶ້ນ​ແຕ່ວັນທີ 11 ສິງຫາ​ນີ້​, ໂດຍມີ 8 ທີມ​ບານ​ເຕະ​ຈາກລາວ, ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ, ໄທ,ຫວຽດ​ນາມ,ຟີ​ລິບປິນ,ມຽນມາແລະຈີນ​ເຂົ້າ​ຮ່ວມ. ທ່ານາງຢວນ​ສຽງ  ຮອງ​ປະ​ທານ​ຜູ້​ປະ​ຈຳ​ການມູນ​ນິ​ທິ​ຊົ້ງ​ຊິ້ງຫຼິງ​ຈີນ,ທ່ານຫຼີ້ຢີ້ວ໌ຢີ້ ຮອງ​ປະ​ທານ​ສະ​ມາຄົມບານເຕະຈີນ, ທ່ານເສິນເຕີໄຫ ເລຂາທິ​ການ​ໃຫຍ່​ສູນ​ຈີນ-ອາ​ຊຽນ,ທ່ານ​ຕິດ​ລິນອົງ ເອກອັກຄະລັດຖະທູດ​ມຽນ​ມາ​ປະ​ຈຳ​ຈີນ ພ້ອມດ້ວຍທູຕານຸທູດປະ​ເທດ​ຕ່າງໆ​ປະ​ຈຳ​ຈີນ​ເຊັ່ນ ລາວ, ກຳປູເຈຍ,ສິງ​ກະ​ໂປ,ໄທ,ຫວຽດ​ນາມ​ແລະ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ປິດງານໃນ​ວັນທີ 16 ສິງຫາ​ນີ້.

 ເພື່ອລະນຶກຈີນ-ອາຊຽນສ້າງຕັ້ງສາຍພົວພັນຄູ່ຮ່ວມ​ຍຸດ​ທະ​ສາດ​ຄົບ​ຮອບ 15 ປີ, ມູນນິທິຊົ້ງຊິ້ງຫຼິງ​ຈີນ,ສະ​ມາ​ຄົມ​ບານ​ເຕະ​ຈີນ​ແລະ​ສູນ​ຈີນ-ອາ​ຊຽນ​ໄດ້​ຮ່ວມກັນເປັນເຈົ້າພາບຈັດການແຂ່ງຂັນມິດຕະພາບຄັ້ງນີ້ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຖື​ຊ​າວໜຸ່ມເຍົາວະຊົນເປັນຜູ້ເຂົ້າຮ່ວມຕົ້ນຕໍ, ຖື​ກິ​ລາ​ແລະວັດທະນະທຳເປັນຂົວຕໍ່ເພື່ອປະກອບສ່ວນເຂົ້າໃນການແລກປ່ຽນດ້ານວັດທະນະທຳແລະມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ-ອາ​ຊຽນ,ຊຸກຍູ້ໃຫ້ປະຊາຊົນຈີນ​ກັບ​ບັນ​ດາ​ປະ​ເທດ​ລຽບ​ຕາມ​ “ໜຶ່ງແລວໜຶ່ງເສັ້ນທາງ”​ເຊື່ອມສານຈິດໃຈເຊິ່ງກັນແລະກັນ. 

ຄຳ​ເຫັນ

0