ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 18 ສິງຫານີ້, ທ່ານເຣເຊບ ດາອິບ ເອໂຕອານ ປະທານາທິບໍດີຕວກກີກ່າວວ່າ, ຕວກກີຈະບໍ່ຍອມຕໍ່ການຂົ່ມຂູ່ດ້ານເສດຖະກິດ.
ມື້ດຽວກັນ, ໃນກອງປະຊຸມປະຈຳປີຂອງພັກຄວາມທ່ຽວທຳ ແລະ ການພັດທະນາທີ່ຈັດຂຶ້ນຢູ່ນະຄອນຫຼວງອັງກາຣາ, ທ່ານເອໂຕອານກ່າວວ່າ, ບາງຄົນຂົ່ມຂູ່ຕວກກີດ້ວຍພາຫະນະເສດຖະກິດຕ່າງໆ ເຊັ່ນ, ການລົງໂທດ, ອັດຕາແລກປ່ຽນເງິນຕາ, ອັດຕາດອກເບ້ຍ ແລະ ໄພເງິນເຟີ້ເປັນຕົ້ນ ເຊິ່ງການໄພຂົ່ມຂູ່ດ້ານເສດຖະກິດເຫຼົ່ານີ້ຈະບໍ່ເຮັດໃຫ້ຕວກກີແຕກສະຫຼາຍ, ຕວກກີຈະບໍ່ຍອມຈຳນົນຕໍ່ປະເທດທີ່ເບິ່ງແລ້ວຄືຄູ່ຮ່ວມຍຸດທະສາດ ແຕ່ທີ່ຈິງແມ່ນຖືຕວກກີເປັນເປົ້າໝາຍຍຸດທະສາດ.
ວັນທີ 17 ສິງຫານີ້, ບໍລິສັດສະແຕນດາດແອນພົວ ແລະ ບໍລິສັດມູດີ ເຊິ່ງເປັນອົງການປະກວດລະດັບຄວາມສິນເຊື່ອສາກົນຕ່າງໄດ້ກ່າວວ່າ, ອັດຕາແລກປ່ຽນເງິນຕາຂອງຕວກກີມີຄວາມສ່ຽງສູງທີ່ປັ່ນປ່ວນຢ່າງຮຸນແຮງ, ຄາດວ່າຕວກກີຈະຜະເຊີນໜ້າກັບສະພາບເສດຖະກິດຊຸດໂຊມລົງໃນປີໜ້າ.
ຄຳເຫັນ
0