吳寧

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ລິ​ກາ​ວິ​ຈານ​ການ​ສ້າງ​ສາ​ດ້ານ​ການ​ປ້ອງ​ກັນ​​ປະ​ເທດຂອງ​ຈີນ​ໂດຍ​ບໍ່​ເອົາ​ຫົວ​ຊາ​ນຳ​ເລື່ອງ​ຈິງ

2018-08-19 14:57:13 cri

     ວັນ​ທີ 18 ສິງ​ຫາ​ນີ້, ​ໂດຍ​ແນ່​ໃສ່​ກະ​ຊວງ​ປ້ອງ​ກັນປະ​ເທດ​ອາ​ເມ​ລິ​ກາ​ປະ​ກາດ“ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ທະ​ຫານ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ຈີນ” ປີ 2018 ແລະ ​ເປີດ​ປ່າວ​ວ່າ “​ຈີນໄພ​ຂົ່ມ​ຂູ່​ດ້ວຍການ​ທະ​ຫານ​ແລະ​ກຳ​ລັງ​ການ​ທະ​ຫານ​ຂອງ​ຈີນ​ບໍ່​ເປີດ​ເຜີຍ”, ທ່າ​ນ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ວ່າ, ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ລິ​ກາ​ວິ​ຈານ​ການ​ສ້າງ​ສາ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນໂດຍ​ບໍ່​ເອົາ​ຫົວ​ຊາ​ນຳ​ເລື່ອງ​ຈິງ.
    ທ່ານ​ກ່າວ​ວ່າ, ຈີນ​ຊຸກ​ຍູ້​​ການ​ສ້າງ​ສາ​ດ້ານ​ການ​ປະ​ເທດ​ປ້ອງ​ກັນ​ແມ່ນ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ຄົບ​ຖ້ວນ​ແຫ່​ງ​​ຊາດ, ​ເປັນ​ການ​ປະ​ຕິ​ບັດ​ສິດ​ທິດ​ທີ່​ຖືກ​ຕ້ອງສຳ​ລັບ​ປະ​ເທດ​ໜຶ່ງ​ທີ່​ມີ​ອະ​ທິ​ປະ​ໄຕ, ແມ່ນ​ຊອບ​ທຳ ແລະ ສົມ​ເຫດ​ສົມ​ຜົນທັງ​ນັ້ນ, ​ບໍ່​ຄວນ​ຖືກວິ​ຈານ.
    ທ່ານ​ລູ້​ຄ່າງ​ກ່າ​ວ​ວ່າ, ຈີນຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງປະ​ຖິ້ມ​ແນວ​ຄິດ “ສົງ​ຄາມ​ເຢັນ” ແລະ ​ທັດ​ສະ​ນະ​ທີ່​ໃຫ້​ຝ່າຍ​ໜຶ່ງ​ໄດ​ຜົນ​ປະ​ໂຫຍດ​ໂດຍ​ການ​ເສຍ​ຫາຍ​ຂອງ​ອີກ​ຝ່າຍ​ໜຶ່ງ​ທີ່​ຫຼ້າ​ສະ​ໄໝ, ​ເບິ່ງ​ບັນ​ຫາ​ກ່ຽວ​ກັບ​ຍຸດ​ທະ​ສາດ ແລະ ການ​​ສ້າງ​ສາ​ການ​ປ້​ອງ​ກັນ​ປະ​ເທດ​ຂອງ​ຈີນ​ຢ່າງ​ຖືກ​ຕ້ອງ ແລະ ນອກ​ຕົວ, ຢຸດ​ເຊົາ​​ການ​ປະ​ກາດບົດ​ລາຍ​ງານ​ທີ່​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ປະ​ຈຳ​ປີ​ແລ້ວ​ປີ​ອີກ, ປົກ​ປັກ​ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ​ ແລະ ການ​ພົວ​ພັນລະ​ຫວ່າງກອງ​ທັບ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

ຄຳ​ເຫັນ

0