ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 12 ກັນຍານີ້, ກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກຄັ້ງທີ 4 ໄດ້ຈັດຂຶ້ນຢູ່ວາລາດີໂວດສະຕອກ. ທ່ານສີຈິ້ນຜິງ, ປະທານປະເທດຈີນ, ທ່ານວາລາດີເມຍ ປູຕິນ, ປະທານາທິບໍດີຣັດເຊຍ, ທ່ານຄາດມາ ບາຕູກາ, ປະທານາທິບໍດີມົງໂກຣີ, ທ່ານຊິນໂຊະ ອະເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ແລະທ່ານຫຼີ ນັກຢອນ, ນາຍົກລັດຖະມົນຕີສ.ເກົາຫຼີໄດ້ເຂົ້າຮວ່ມກອງປະຊຸມດັ່ງກ່າວ.
ໃນເວລາປະກອບຄຳເຫັນ, ທ່ານສີຈິ້ນຜິງເນັ້ນໜັກວ່າ, ພາຍໃຕ້ສະພາບການ ໃໝ່ໃນປະຈຸບັນ, ຝ່າຍຕ່າງໆທີ່ກ່ຽວຂ້ອງຄວນຮ່ວມກັນພະຍາຍາມຊຸກຍູ້ສັນຕິພາບ ສະຖຽນລະພາບ ການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ, ທ່ານໄດ້ສະເໜີຄວາມເຫັນ 4 ຂໍ້, ໂດຍສະເໜີໃຫ້ຝ່າຍຕ່າງໆເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ລົງເລິກການຮ່ວມມື, ຖອດຖອນບົດຮຽນເຊິ່ງກັນ ແລະກັນ, ບັນລຸການພັດທະນາກວມລວມ ແລະກົມກຽວ. ໃນຖານະເປັນສະມາຊິກພາກພື້ນນີ້, ຈີນຍິນດີຮ່ວມມືກັບບັນດາຝ່າຍ, ຄົ້ນຄວ້າຊ່ອງທາງຮັກສາສັນຕິພາບ ແລະສະຖຽນລະພາບຖາວອນຂອງອາຊີຕາເວັນອອກສຽງເໜືອຢ່າງມີປະສິດທິຜົນ,ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອບັນລຸສັນຕິພາບ ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ.
ເມື່ອກ່າວເຖິງການລົງເລິກການຮ່ວມມື, ທ່ານສີຈິ້ນຜິງເນັ້ນໜັກວ່າ, ຕ້ອງສຸມໃສ່ຍົກລະດັບການເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງຂ້າມຊາດ, ອຳນວຍຄວາມສະດວກດ້ານການຄ້າ ແລະການລົງທຶນ, ຮ່ວມມືສ້າງເສດຖະກິດພາກພື້ນແບບເປີດປະຕູ; ພະຍາຍາມຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະຮ່ວມມືອະນຸພາກພື້ນ, ຊຸກຍູ້ໃຫ້ຈັດຕັ້ງປະຕິບັດໂຄງການຕົວຈິງໃຫ້ຫຼາຍກວ່າເກົ່າ, ສ້າງຜົນປະໂຫຍດອັນແທ້ຈິງຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນພາກພື້ນ.
ທ່ານກ່າວຕື່ມວ່າ, ຈີນຍິນດີສືບຕໍ່ຮ່ວມມືກັບປະເທດຕ່າງໆໃນພາກພື້ນ, ກຳ ແໜ້ນໂອກາດຄັ້ງປະຫວັດສາດທີ່ສອດຄ່ອງກັບກະແສຂອງຍຸກສະໄໝ, ເພີ່ມທະວີການຮ່ວມມືຢູ່ຕາເວັນອອກໄກຂອງຣັດເຊຍ ແລະອາຊີຕາເວັນອອກສຽງເໜືອ, ຊຸກຍູ້ການພັດທະນາແບບຫຼາຍຝ່າຍ ແລະຍືນຍົງໃນພາກພື້ນ, ສ້າງຜົນປະໂຫຍດຮ່ວມໃຫ້ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນໃນພາກພື້ນໄດ້ຊົມໃຊ້ໂອກາດການຮ່ວມມື ແລະຜົນການພັດທະນາ, ຮ່ວມມືກັນສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ແກ່ເຂດຕາເວັນອອກໄກ ແລະອາຊີຕາເວັນອອກສຽງເໜືອ.
ຄຳເຫັນ
0