黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານນາງເພີງລີ້ຢວນ ກ່າວປາໄສຜ່ານວີດີໂອເຖິງພິທີໄຂກອງປະຊຸມຂັ້ນສູງກ່ຽວກັບບັນຫາປ້ອງກັນແລະປິ່ນປົວວັນນະໂຣກຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 73

2018-09-27 14:33:49 cri

ວັນທີ 26 ກັນຍານີ້, ກອງປະຊຸມຂັ້ນສູງກ່ຽວກັບບັນຫາປ້ອງກັນແລະປິ່ນປົວວັນນະໂຣກຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 73 ໄດ້ຈັດຂຶ້ນຢູ່ນະຄອນນິວຢອກຂອງອາເມຣິກາ. ທ່ານນາງເພີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທູດພິເສດປ້ອງກັນແລະປິ່ນປົວວັນນະໂຣກແລະພະຍາດເອດຂອງອົງການອະນາໄມໂລກໄດ້ກ່າວປາໄສຜ່ານວີດີໂອເຖິງພິທີໄຂກອງປະຊຸມໃນຖານະເປັນຜູ້ຕໍ່ຕ້ານວັນນະໂຣກທີ່ດີເດັ່ນ.

ທ່ານນາງເພີງລີ້ຢວນໄດ້ເລົ່າປະສົບການແລະຄວາມຮູ້ສຶກຂອງຕົນໃນຖານະເປັນທູດພິເສດປ້ອງກັນແລະປິ່ນປົວວັນນະໂຣກແລະພະຍາດເອດຂອງອົງການອະນາໄມໂລກທັງເປັນທູດພິເສດປ້ອງກັນແລະປິ່ນປົວວັນນະໂຣກຂອງຈີນໃນໄລຍະ 10 ກວ່າປີຜ່ານມາໃຫ້ແກ່ຜູ້ເຂົ້າຮ່ວມປະຊຸມໄດ້ຮັບຊາບ, ແລະໄດ້ແນະນຳເລື່ອງທີ່ໜ້າຊື່ນຊົມຍິນດີຂອງພະນັກງານແລະອາສາສະໝັກໂຄສະນາປ້ອງກັນແລະປິ່ນປົວວັນນະໂຣກຂອງຈີນ.

ທ່ານນາງເພີງລີ້ຢວນ ກ່າວວ່າ, ພາຍໃຕ້ຄວາມພະຍາຍາມຮ່ວມຂອງລັດຖະບານປະເທດຕ່າງໆ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ສັງກັດລັດຖະບານ, ຜູ້ຊ່ຽວຊານແລະອາສາສະໝັກທັງຫຼາຍ, ວຽກງານປ້ອງກັນແລະປິ່ນປົວວັນນະໂຣກຂອງໂລກໄດ້ມີຜົນງານອັນພົ້ນເດັ່ນ, ແຕ່ວ່າມະນຸດເຮົາຍັງໄດ້ຜະເຊີນກັບສິ່ງທ້າທາຍຢ່າງຮ້າຍແຮງໃນດ້ານປ້ອງກັນແລະປິ່ນປົວວັນນະໂຣກ. ອົງການອະນາໄມໂລກໄດ້ຜ່ານການຮັບຮອງ “ຍຸດທະສາດສະກັດກັ້ນວັນນະໂຣກ”, ປະເທດຕ່າງໆຄວນຮ່ວມມືກັນ, ໃຊ້ຄວາມພະຍາຍາມຢ່າງສຸດຂີດເພື່ອປ່ຽນແປງຊີວິດຂອງຄົນຜູ້ທີ່ໄດ້ຮັບຜົນສະທ້ອນຈາກວັນນະໂຣກແລະເຮັດໃຫ້ການແຜ່ລະບາດຂອງວັນນະໂຣກໝົດໄປຈາກໂລກນີ້.

ທ່ານນາງ ເຕເຣຊາ ຄາຊາເອວາ ຫົວໜ້າກົມວັນນະໂຣກອົງການວັນນະໂຣກຂອງອົງການອະນາໄມໂລກກ່າວວ່າ: ໃນຖານະເປັນທູດຕາງໜ້າການປ້ອງກັນແລະປິ່ນປົວ ວັນນະໂຣກແລະພະຍາດເອດຂອງອົງການອະນາໄມໂລກແລະພັນລະຍາປະທານປະເທດຈີນ, ວຽກງານທຸກຢ່າງທີ່ທ່ານນາງເຜິງລີ້ຢວນເຮັດມານັ້ນໄດ້ເຮັດໃຫ້ຄົນທັງຫຼາຍເພີ່ມສະຕິປ້ອງກັນແລະປິ່ນປົວພະຍາດດັ່ງກ່າວ, ໃຫ້ກຳລັງໃຈແກ່ທົ່ວສັງຄົມໃນການປິ່ນປົວຜູ້ເປັນພະຍາດ ເຊິ່ງໄດ້ສ້າງເປັນແບບຢ່າງທີ່ດີ.

ທ່ານນາງລູຊີກາ ດູທູ ຫົວໜ້າບໍລິຫານງານການພົວພັນຄູ່ຮ່ວມປ້ອງກັນວັນນະໂຣກຂອງໂລກກ່າວວ່າ: ຂ້າພະເຈົ້າຮູ້ດີວຽກງານທີ່ທ່ານນາງເຜິງລີ້ຢວນກ່າວເຖິງໃນວິດີໂອ, ແລະກໍຮູ້ດີວ່າ ຈີນໄດ້ທຳຄວາມພະຍາຍາມໃນວຽກງານດ້ານນີ້, ຂ້າພະເຈົ້າຢາກເວົ້າວ່າ: ຂອບໃຈປະເທດຈີນທີ່ໄດ້ສະໜັບສະໜູນວຽກງານປ້ອງກັນແລະປິ່ນປົວວັນນະໂຣກຂອງໂລກ.

ທ່ານເຢິນມິງຮຸ່ຍ ຜູ້ອຳນວຍການໃຫຍ່ຊ່ວຍວ່າການວຽກງານພະຍາດຕິດແປດອົງການອະນາໄມໂລກກ່າວວ່າ: ໃນຕໍ່ໜ້າ ພວກເຮົາຫວັງຢ່າງຍິ່ງວ່າຈີນຈະສາມາດກາຍເປັນປະເທດຜູ້ນຳໜ້າໃນການລຶບລ້າງວັນນະໂຣກກ່ອນປີ 2030,ຄວບຄຸມພະຍາດນີ້ໃຫ້ຢູ່ໃນລະດັບຕ່ຳ ແລະສືບທຳຄວາມພະຍາຍາມຫຼາຍຂຶ້ນກໍຄືປະກອບສ່ວນເຂົ້າໃນວຽກງານດ້ານນີ້ຂອງໂລກ.

ກອງປະຊຸມຄັ້ງນີ້ໂດຍມີທ່ານມາເຣຍ ເຟີນັນດາ ເອັສປິໂນຊາ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດຊຸດນີ້ເປັນປະທານຈັດຂຶ້ນ, ໄດ້ຜ່ານການຮັບຮອງ “ຖະແຫຼງການການເມືອງກ່ຽວກັບການປ້ອງກັນແລະປິ່ນປົວວັນນະໂຣກ.”

ຄຳ​ເຫັນ

0