黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ມຸກ​ລັດ​ຈີນ​ແລະ​ນອກ​ແວ​​ເຫັນ​ດີ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນສອງ​ຝ່າຍໃນ​ຍຸກ​ໃໝ່

2018-10-17 10:32:33 cri

圖片默認標題_fororder_1123568323_15396993555221n

ຕອນ​ບ່າຍ​ວັນ​ທີ 16 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ເຈົ້າ​ຊີ​ວິດນອກ​ແວ ແຮ​ໂຣ​ທີ V ຢູ່​ສະ​ໜາມ​ຫຼວງ​ຕາ​ເວັນ​ອອກ​ຂອງ​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ຫຼັງ​ຈາກ​ນັ້ນ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ພົບ​ປະ​ກັນ​. ທ່ານ​ສີ​ຈິ້ນ​ຜິງ ​ຍ້ອງ​ຍໍຊົມ​ເຊີຍ​ເຈົ້າ​ຊີ​ວິດນອກ​ແວແລະພະ​ບໍລົມ​ວົງສາ​ນຸວົງນອກ​ແວ​ທີ່​ໄດ້ເອົາ​ໃຈ​ໃສ່​ແລະ​ສະ​ໜັບ​ສະ​ໜູນ​ການ​ພົວ​ພັນ​ຈີນ​ແລະ​ນອກ​ແວ​​ມາ​ແຕ່​ດົນ​ນານ, ​ເປັນ​ການປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ໃຫ້​ແກ່​ການ​ຊຸກ​ຍູ້​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ນັບ​ແຕ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ນອກ​ແວ​ຫັນ​ເປັນ​ປົກ​ກະ​ຕິ​ເມື່ອ​ປີ 2016 ມາ​ນີ້, ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ການ​ຢ້ຽມ​ຢາມ​ກັນ​ເລື້ອງໆ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ການ​ເຈ​ລະ​ຈາ​​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ​ແລະ​ນອກ​ແວ​ໄດ້​ຮັບ​ຄວາມ​ຄືບ​ໜ້າທີ່​ດີ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ກາ​ນ​ຢ້ຽມ​ຢາມ​ຂອງ​ພະ​ອົງຄັ້ງ​ນີ້​ຈະ​ເພີ່ມ​ພ​ະ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ຂະ​ຫຍາ​ຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ນອກ​ແວໃນ​ຍຸກໃໝ່, ແລະ​ເປັນ​ການ​ບັນ​ທຶກ​ປະ​ຫວັດ​ສາດ​ໜ້າ​ໃໝ່​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ຕື່ມ​ວ່າ, ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັບ​ນອກ​ແວ​ໃນ​ຂົງ​ເຂດ​ກິ​ລາ​ລະ​ດູ​ໜາວ, ຍິນ​ດີ​ຕ້ອນ​ຮັບ​ນອກ​ແວ​​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ກັບ​ຈີນ​ແລະ​​ຊ່ວຍຊຸກ​ຍູ້​ວຽກ​ງານ​ກະ​ກຽມ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

圖片默認標題_fororder_1123568323_15396992998341n
ພະ​ບາດສົມ​ເດັດ ​ແຮ​ໂຣ​ທີ V ກ່າວ​ວ່າ, ​ຂ້າ​ພະ​ເຈົ້າດີ​ໃຈ​ຫຼາຍ​ທີ່​ໄດ້​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ອີກ​ຄັ້ງ​ໜຶ່ງ, ການ​ຢ້ຽມ​ຢາມ​ຈີນ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພົວ​ພັນ​ລະ​ຫວ່າງນອກ​ແວ​ກັບ​ຈີນ​ກັບ​ຄືນ​ສູ່​​ສະ​ພາບ​ປົກ​ກະ​ຕິ, ແລະ​​ມີ​ຊີ​ວິດ​ຊີ​ວາ​.

​ເຈົ້າ​ຊີ​ວິ​ດນອກ​ແວກ່າວຕື່ມ​ວ່າ, ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກປະ​ທັບ​ໃຈ​ຫຼາຍ, ນອກ​ແວ​ຍິນ​ດີ​ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ຈີນ​ກ່ຽວ​ກັບ​ກິ​ລາ​ລະ​ດູ​ໜາວ, ສະ​ໜັບ​ສະ​ໜູນ​ຈີນ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປີ 2022 ​ໃຫ້ໄດ້​ຮັບ​ຜົນ​ສຳ​ເລັດ.

ຄຳ​ເຫັນ

0