趙曉虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ-ຣັດ​ເຊຍ​ຄວນ​ຖະ​ນຸ​ຖະ​ໜອມ​ການ​ພົວ​ພັນ​ຄູ່​ຮ່ວມ​ທີ່​ດີ​ແລະ​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ

2018-10-18 14:28:09 CRI

 

ຕາມ​ຂ່າວ CRI: ວັນ​ທີ 17 ຕຸ​ລານີ້ ທ່ານ​ສີຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ ໄດ້​ພົບ​ປະ​ກັບ​ທ່ານ​ອັນ​ໂຕນ ວາ​ອີ​ໂນ ຫົວ​ໜ້າ​ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ໂດຍ​ກ່າວ​ວ່າ, ພາຍ​ໃຕ້​ສະ​ຖາ​ນະ​ການ​ໂລກ​ໃນ​ປັດ​ຈຸ​ບັນ, ສອງ​ຝ່າຍ​ຈີນ-ຣັດ​ເຊຍ​ຍິ່ງ​ຄວນ​ຖະ​ນຸ​ຖະ​ໜອມ​ການ​ພົວ​ພັນ​ຄູ່​ຮ່ວມ​ທີ່​ດີແລະ​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ປະ​ເທດ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​​ໜຽວ​ແໜ້ນ​ບໍ່​ປ່ຽນ​ແປງ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວວ່າ, ການ​ພົວ​ພັນ​ຈີນ-ຣັດ​ເຊຍ​ພວມ​ຢູ່​ໃນ​ໄລ​ຍະ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ສອງ​ຝ່າຍ​ຄວນເລັ່ງ​ລັດການຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂ​ດ​ພະ​ລັງ​ງານ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ເລັ່ງ​ລັດ​ການ​ຮ່ວມ​ມື​ທີ່​ເຊື່ອມ​ຈອດ​ກັນ​ລະ​ຫວ່າງການສ້າງ​ ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງກັບ​ສະ​ຫະ​ພັນ​ເ​ສດ​ຖະ​ກິດ​ອາ​ຊີ​ເອີ​ຣົບ. ຄວນ​ມີ​ການ​ປະ​ສານ​ງານຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ​ໃນ​ວຽກ​ງານ​ສາ​ກົນ. ສອງ​ຝ່າຍ​​ຄວນອອກ​ແບບ​ແລະ​ວາງ​ແຜນ​​ການກ່ຽວ​ກັບ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໃຫ້​ດີ ເພື່ອ​ຊຸກ​ຍູ້​ໃຫ້​ກາ​ນ​ພົວ​ພັນ​ລະ​ຫວ່າງ​ຈີນ-ຣັດ​ເຊຍກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ໃນ​ຍຸກໃຫມ່.

ທ່ານ​ວາ​ນີອີໂນ​ກ່າວ​ວ່າ, ການ​ຮ່ວມ​ມື​ກັບ​ຈີນດ້ານ​ຍຸດ​ທະ​ສາດ ແມ່ນ​ທິດ​ບູ​ລິ​ມະ​ສິດ​ຂອງ​ຣັດ​ເຊຍ​ໃນ​ການ​ພົວ​ພັນ​ກັບ​ຕ່າງ​ປ​ເທດ. ຣັດ​ເຊຍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ລະ​ຫວ່າງຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກັບ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໃຫ້​ດີ, ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຣັດ​ເຊຍ-ຈີນ.

ຄຳ​ເຫັນ

0