ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫວ່າງມໍ່ໆມານີ້, ທ່ານນາງອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາ, ທ່ານມິນອອງລາຍ ຜູ້ບັນຊາການກອງກຳລັງປ້ອງກັນປະເທດມຽນມາ ແລະ ຜູ້ຕາງໜ້າກຸ່ມປະກອບອາວຸດຊົນເຜົ່າສ່ວນໜ້ອຍທ້ອງຖິ່ນ 10 ກຸ່ມ ທີ່ໄດ້ເຊັນສັນຍາຢຸດຍິງທົ່ວປະເທດ ໄດ້ເຂົ້າຮ່ວມກອງປະຊຸມສະເພາະທີ່ຈັດຂຶ້ນຢູ່ນະຄອນຫຼວງເນປີດໍ ເພື່ອລະນຶກການເຊັນສັນຍາຢຸດຍິງທົ່ວປະເທດຄົບຮອບ 3 ປີ.
ໃນກອງປະຊຸມ, ບັນດາຝ່າຍໄດ້ບັນລຸຂໍ້ຕົກລົງຄືດັ່ງນີ້: ໜຶ່ງ, ຈະຈັດ “ກອງປະຊຸມສັນຕິພາບປາງລອງສະຕະວັດທີ 21” ອີກ 3 ຄັ້ງກ່ອນປີ 2020 ເພື່ອຕົກລົງຕາຕະລາງເວລາ ແລະ ແຜນການວຽກງານ ໃນການກຳນົດຫຼັກການພື້ນຖານຂອງສະຫະພັນປະຊາທິປະໄຕ. ສອງ, ບັນດາຝ່າຍລ້ວນແຕ່ຮັບຮອງວ່າມຽນມາຄວນມີກອງກຳລັງປະກອບອາວຸດພຽງແຕ່ກອງດຽວ ແຕ່ໃນນັ້ນຄວນລວມທັງກຸ່ມປະກອບອາວຸດທ້ອງຖິ່ນຕ່າງໆ. ສາມ, ກຸ່ມປະກອບອາວຸດທ້ອງຖິ່ນ 10 ກຸ່ມທີ່ເຂົ້າຮ່ວມກອງປະຊຸມສະເພາະເທື່ອນີ້ລ້ວນແຕ່ກ່າວວ່າຈະສືບຕໍ່ຊຸກຍູ້ຂະບວນການສັນຕິພາບ, ຊຸກຍູ້ການສ້າງປະເທດສະຫະພັນປະຊາທິປະໄຕ. ແຕ່ວ່າ, ຝ່າຍຕ່າງໆບໍ່ສາມາດບັນລຸຄວາມເຫັນເປັນເອກະພາບກັນກ່ຽວກັບບັນຫາສິຕັດສິນດ້ວຍຕົນເອງຂອງຊົນເຜົ່າສ່ວນໜ້ອຍໃນກອງປະຊຸມດັ່ງກ່າວ.
ຄຳເຫັນ
0