李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ກົນ​ໄກ​ປຶກ​ສາ​ຫາ​ລື​ສ​ອງ​ຝ່າຍ​ຈີນ-ຟິ​ລິບ​ປິນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​

2018-10-19 15:58:30 cri

    ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ກົນ​ໄກ​ປຶກ​ສາ​ຫາ​ລື​ສ​ອງ​ຝ່າຍ​ຈີນ-ຟິ​ລິບ​ປິນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້ ຫຼື BCM ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 18 ຕຸ​ລານີ້ ໂດຍ​ທ່ານ ຂົງຊວນ​ໂຢ້​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ ທ່ານ ເອນ​ຣິກ ມາ​ນາ​ໂລ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟິ​ລິບ​ປິນ ຕ່າງ​ກໍ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂອງ​ສອງ​ປະ​ເທດເຂົ້າ​ຮ່ວມ.

    ສອງ​ຝ່າຍ​ເຫັນ​ວ່າ, ໃນ​ຖາ​ນະ​ເປັນ​ເວ​ທີ​ປຶກ​ສາ​ຫາ​ລື​ຢ່າງ​ໃກ້​ຊິດ​ຕາມກຳ​ນົດ​ເວ​ລາ​ຂອງ​ຝ່າຍ, ກົນ​ໄກ BCM ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ​ໃຫ້​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ. ສອ​ງ​ຝ່າຍ​ໄດ້​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ຜ່ານ​ຊ່ອງ​ທາງ​ດັ່​ງ​ກ່າວ, ໄດ້​ປ້ອງ​ກັນ​ແລະ​ຄວບ​ຄຸມ​ເຫດ​ການທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ​ທາງ​ທະ​ເລ​ໃຫ້​ເໝາະ​ສົມ, ທັງ​ໄດ້​ເພີ່ມ​ທະ​ວີ​ການ​ປຶກ​ສາ​ຫາ​ລື​ແລະ​ການ​ຮ່ວມ​ມື​ທາງ​ທະ​ເລ​ຢ່າງ​ບໍ່​ຢຸດຢັ້ງ. ສອງ​ຝ່າຍ​ເຫັນ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ບັນ​ຍາ​ກາດ​ຟົດ​ຟື້ນ ແລະ​ໄດ້​ຮັບ​ຄວາມ​ໜ້າ​ຢ່າງຫຼວງຫຼາຍ.

    ສອງ​ຝ່າຍ​ເຫັນ​ວ່າ, ເວ​ທີຫຼາຍ​ຝ່າຍ​ອື່ນໆ ເຊິ່ງ​ລວມ​ທັງ​ການ​ພົວ​ພັນ​ເຈ​ລະ​ຈາ​ຈີນ-ອາ​ຊຽນ, ເວ​ທີ​ປຶກ​ສາ​ຫາ​ລື​ພາກ​ພື້ນ​ອາ​ຊຽນ, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ ແລະ​ອື່ນໆ ແມ່ນ​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ສອງ​ຝ່າຍ​ກ່າວ​ເນັ້ນ​ໜັກ​ວ່າ: ຈະ​ສຸມ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ “ຖະ​ແຫຼງ​ການ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້” ທີ່​ເຊັນ​ກັນ​ໃນ​ປີ 2002 ຢ່າງ​ບັງ​ເກີດ​ຜົນ​ແລະ​ຮອບ​ດ້ານ​, ທັງ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ​ຢ່າງ​ໃກ້​ຊິດ ແລະ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ “ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້” ຫຼື COC ໂດຍ​ໄວ.

ຄຳ​ເຫັນ

0