劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊຽນ​ຄັ້ງ​ທີ 9 ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ

2018-10-20 14:12:52 CRI

 

ວັນ​ທີ 19 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊຽນ​ຄັ້ງ​ທີ 9 ໄດ້​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ ໂດຍມີ​ທ່ານ​ເວີ້ຍ​ເຟີ້ງ​ເຫີ​ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ແລະ ທ່ານ ​ດ​ຣ.ອິນ​ເອງ​ເຮັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂປ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ

ວ​ຽນ​ອາ​ຊຽນ​ຮ່ວມ​ກັນ​ເປັນ​ປະ​ທານກອງປະ​ຊຸມ.

ທ່ານ​ເວີ້ຍ​ເຟີ້ງ​ເຫີ​ກ່າວ​ວ່າ, ຈີນ​ຖື​ອາ​ຊຽນ​ເປັນ​ທິດ​ທາງບູ​ລິ​ມະ​ສິດ​ການ​ຕ່າງ​ປະ​ເທດ​ອ້ອມ​ຂ້າງ​, ສະ​ໜັບ​ສະ​ໜູນ​ການ​ສ້າງປະ​ຊາ​ຄົມ​ອາ​ຊຽ​ນ​ແລະ​ການ​ສ້າງ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ອາ​ຊີ​ປາ​ຊີ​ຝິກ​ທີ່​ຖື​ອາ​ຊຽນ​ເປັນ​ໃຈ​ກາງ, ເປີດ​ປະ​ຕູ​​ແລະໂອບ ອ້ອມ​ອາ​ລີ ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ. ໂດຍ​ຜະເຊີນ​ກັບ​ສິ່ງ​ທ້າ​ທາຍ​ດ້ານຄວາມ​ໝັ້ນ​ຄົງ​ປະ​ເພດ​ຕ່າງໆ​ໃນ​ປັດ​ຈຸ​ບັນ, ຈີນ​ຫວັງ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັບ​ພາ​ກສ່ວນ​ປ້ອງ​ກັນ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽ​ນ, ຊຸກ​ຍູ້​ການ​ຕັ້ງ​​ສາຍ​ຕິດ​ຕໍ່​ທາງໂທ​ລະ​ສັບ​ໂດຍ​ກົງ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນປະ​ເທດ, ຈັດ​ການ​​ຝຶກ​ຊ້ອມ​ຮ່ວມ, ກູ່​ໄພ​ຮ່ວມ ແລະ​ການ​ແລກ​ປ່ຽນ​ລະ​ຫວ່າງ​ນາຍ​ທະ​ຫານ​ຊາວ​ໜຸ່ມແລະ​ໄວ​ກາງ​ຄົນ, ຮ່ວມ​ກັນ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​​ປົກ​ປັກຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ເຈົ້າ​ໜ້າ​ທີ່​ພາກ​ສ່ວນ​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ຊຽນ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​, ຊົມ​ເຊີຍ​ຈີນ​ທີ່​ໄດ້​ພະ​ຍາ​ຍາມ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ເລື່ອງ​ນີ້, ສະ​ໜັບ​ສະ​ໜູນ​ຂໍ້​ສະ​ເໜີ​ຂອງ​ຈີນກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ດ້ານ​​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊ​ຽນ, ຫວັງ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ກັບ​ຈີນ, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ, ເພີ່ມ​ຄວາມ​ເຂົ້າ​ໃຈ​​ກັນແລະ​​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0