劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ

2018-10-20 15:21:41 CRI

 

ວັນ​ທີ 19 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ​ຄັ້ງ​ທີ 12 ໄດ້​ອັດ​ລົງ​ຢູ່ນະ​ຄອນຫຼວງ​ບ​ຣູແຊນ​ຂອງ​ແບນ​ຊິກ ໂດຍ​ໄດ້​ເຜີຍ​ແຜ່​ຖະ​ແຫຼງ​ການ​ປະ​ທານ​ຂອງ​ກອງ​ປະ​ຊຸມ. ຜູ້​ນຳ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ກ່າວ​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​​ການ​ປົກ​ປັກ​ຮັກ​ສາລັດ​ທິຫຼາຍ​ຝ່າຍ ແລະ​ກ່າວ​ຢ້ຳ​ວ່າ ຕ້ອງ​ສະ​ໜັບ​ສະ​ໜູນ​ຂອບການ​ຄ້າຫຼາຍ​ຝ່າຍ​ບົນ​ພື້ນ​ຖານ​ກະ​ຕິ​ກາ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ດ້ວຍ​ທຸກ​ຮູບ​ແບບ.

ຖະ​ແຫຼງ​ກ່ານ​ລະ​ບຸບ​ວ່າ, ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນສັບ​ສົນ​ແລະ​ປ່ຽນ​ແປ​ງ ເລື້ອຍໆ, ຜູ້​ນຳ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ໂອ​ກາດ​ສຳ​ຄັນ​ແລະ​ສິ່ງ​ທ້າ​ທາຍ​ຂອງ​ອາ​ຊີ​ແລະ​ເອີ​ຣົບ ແລະ​ເນັ້ນ​ໜັກ​ວ່າ ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ​ແມ່ນ​ເວ​ທີ​ສຳ​ຄັນສຳ​ລັບອາ​ຊີ​ແລະ​ເອີ​ຣົບເພື່ອ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ, ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ​ຮ່ວມ​ກັນ ແລະ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ ໄດ້​ກ່າວ​ຢ້ຳ​ເຖິງຫຼັກ​ການ​ພື້ນ​ຖານ​ຂອງກອງ​ປ​ະ​ຊຸມ ເຊັ່ນ ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ສະ​ເໝີ​ພາບ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​ອື່ນໆ.

ຜູ້​ນຳ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ກ່າວ​ເນັ້ນ​ວ່າ, ການ​ປ່ຽນ​ແປງ​ຂອງ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ຫວ່າງ​ມໍ່ໆ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ຕົວ​ຈິງ​ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອີ​ຣົບ​ໃນ​ການ​ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ​ແລະ​ກົດ​ລະ​ບຽບ​ສາ​ກົນ​ບົນ​ພື້ນ​ຖານ​ກະ​ຕິ​ກາ, ຕ້ອງ​ຮ່ວມ​ກັນ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​, ການ​ພັດ​ທະ​ນາ​ແບ​ບ​ຍືນ​ຍົງ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ​ໄດ້​ເນັ້ນ​ໜັກ ຄວາມ​ສຳ​ຄັນ​ຂອງ​ການ​ເປີດ​ປະ​ຕູຕໍ່​ພາຍນອກ​ຂອງ​ເສດ​ຖະ​ກິດ​ໂລກແລະ​ການ​ສະ​ໜັບ​ສະ​ໜູນ​ຂອບ​ການ​ຄ້າຫຼາຍ​ຝ່າຍ​ບົນ​ພື້ນ​ຖານ​ກະ​ຕິ​ກາ ເຊິ່ງ​ລວມ​ທັງ​ການ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ຕາມ​ກົດ​ລະບຽບ​ຂອງ​ອົງ​ການ​ການ​ຄ້າ​ໂລກ, ຮ່ວມ​ກັນ​ຍົກ​ສູງ​ປະ​ສິດ​ທິ​ພາບ​ຂອງ​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແ​ຍ້ງ​ຂອງ​ອົງ​ການ​ການ​ຄ້າ​ໂລກ ແລະ​ພະ​ຍາ​ຍາມຊຸກ​ຍູ້​ການ​ປະ​ຕິ​ຮູບ​ຂອງອົງ​ການ​ການ​ຄ້າ​ໂລກ.

ຄຳ​ເຫັນ

0