劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ສາ​ສະ​ໝັກ​5000 ກວ່າ​ຄົນ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າສາ​ກົນ​ຈີນ​ຄັ້ງ​ທຳ​ອິດສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ງານ

2018-10-20 17:04:46 CRI

 

ວັນ​ທີ 20 ຕຸ​ລາ​ນີ້,  ອາ​ສາ​ສະ​ໝັກ​ 5000 ກວ່າ​ຄົນ​ໃນງານ​ວາງ​ສະ​ແດງ​ສິນ​ຄ້າ​​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດໄດ້ສາ​ບານ​ຕົວ​ຂຶ້ນ​​ຮັບຕຳ​ແໜ່ງ​ງາ​ນ​ຢູ່​ຫໍ​ວາງ​ສະ​ແດງ​ແຫ່ງ​ຊາດ​ຊ່ຽງ​ໄຮ້.

ໃນ​ພິ​ທີ​ສາ​ບານ​ຕົວ, ທ່ານ​ຫວາງຢ​ວີ ເລ​ຂາ​​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ຈີນນະ​ຄອນ​ຊ່ຽວ​ໄຮ້​ກ່າວ​ວ່າ, ອາ​ສາ​ສະ​ໝັກ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ຄັ້ງ​ນີ້​ມີຫຼາຍກວ່າ 5400 ຄົນ, ໃນ​ນັ້ນມີ 5200 ກວ່າ​ຄົນ​ແມ່ນ​ນັກ​ສຶກ​ສາ ເຊິ່ງ​ຈະ​ເຂົ້າ​ຮ່ວມ​ການ​ບໍ​ລິ​ການ​ແລະ​ການ​ຮັບ​ປະ​ກັນທຸກ​ປະ​ການ​ພາຍ​ໃນຫຼື​ນອກ​ຫໍ​ວາງ​ສະ​ແດງ​, ນອກ​ນີ້​ຍັງ​ມີອາ​ສາ​ສະ​ໝັກ​ຕ່າງ​ປະ​ເທດ​ອີກ​ຈຳ​ນວນ​ໜຶ່ງ.

ເພື່ອ​ຈັດ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໃຫ້​ດີ, ຢູ່​​ເຂດ​ອ້ອມ​ຂ້າງ​ຂອງ​ຫໍ​ວາງ​ສະ​ແດງ​ແຫ່ງ​ຊາດ​ຊ່ຽງ​ໄຮ້, ຊຸມ​ທາງ, ເຂດ​ຮ້ານ, ໂຮງ​ແຮມ, ແຫຼ່ງ​ທ່ອງ​ທ່ຽງ​ແລະ​ອື່ນໆ​ຂອງ​ນະ​ຄອນ​ຊ່ຽງ​ໄຮ້ ໄດ້​ຕັ້ງ​ສະ​ຖາ​ນີ​ບໍ​ລິ​ການ​ອາ​ສາ​ສະ​ໝັກ 315 ແຫ່ງ, ພ້ອມ​ກັນ​ນັ້ນ ​​ຈະມີທີ​ມອາ​ສາ​ສະ​ໝັກເກືອບ 250 ທີມ​ໃຫ້​ການ​ບໍ​ລິ​ການໃນ​ທົ່ວ​ນະ​ຄອນ​ຊ່ຽງ​ໄຮ້.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ຫາ​ວັນ​ທີ 10 ພະ​ຈິກ​ໜ້າ​ນີ້​ຢູ່​ຫໍ​ວາງ​ສະ​ແດງ​ແຫ່ງ​ຊາດ​ຊ່ຽງ​ໄຮ້ ເຊິ່ງ​ເປັນ​ການ​ກະ​ທຳ​ທີ່​ເປັນ​ເຈົ້າການ​ຂອງ​ຈີນ​ທີ່​ເປີດກວ້າງ​ການ​ນຳ​ເຂົ້າ, ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ຂອງ​ຈີນ​ເພື່ອ​ຍຶດ​ໝັ້ນ​ສະ​ໜັບ​ສະ​ໜູນການ​ຄ້າ​​ເສ​ລີ​ແລະ​ເປີດ​ຕະຫຼາດ​ຕໍ່​ທົ່ວ​ໂລກຢ່າງ​ເປັນ​ເຈົ້າ​ການ.

ຄຳ​ເຫັນ

0