何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຸ​ສ​ເບ​ກີ​ສະ​ຖານ​ເລີ່ມ​ລົງ​ມື​ກໍ່​ສ້າງໂຮງໄຟ​ຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຂອງ​ພາກ​ພື້ນ​ອາ​ຊີ​ກາງ

2018-10-20 16:01:36 CRI

ວັນ​ທີ 19 ຕຸ​ລາ​ນີ້, ທ່ານ​ຊັບ​ກັດ ມິ​ຊີ​ໂຢ​ເຢັບ, ປະ​ທາ​ນາ​ທິ​ບໍ​ດີ​ອຸ​ສ​ເບ​ກີ​ສະ​ຖານ ແລະ ທ່ານວະ​ລາ​ຕີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ທີ່​ໄປ​ຢ້ຽມ​ຢາມ​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ລົງ​ມື​ກໍ່​ສ້າງ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຂອງ​ພາກ​ພື້ນ​ອາ​ຊີ​ກາງ​ຢູ່​ນະ​ຄອນຫຼວງ​ຕັ​ສ​ເກັນ​ຂອງ​ອຸ​ສ​ເບ​ກີ​ສະ​ຖານ.

 

ສື່ມວນ​ຊົນ​ອຸ​ສ​ເບ​ກີ​ສະ​ຖານ​​ລາຍ​ງານ​ວ່າ, ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ດັ່ງ​ກ່າວ​ແມ່ນ​ອອກ​ແບບ​ໂດຍ​ຣັດ​ເຊຍ, ຈະ​ໃຊ້​ຕົ້ນ​ທຶນ​ປະ​ມານ 11 ຕື້​ໂດ​ລາ, ຈັກ​ຜະ​ລິດ​ໄຟ​ຟ້າ​ໜ່ວຍ​ທຳ​ອິດ​ຈະ​ເລີ່​ມ​ຜະ​ລິດ​​ໄຟ​ຟ້າ​ໃນ​ທ້າຍ​ປີ 2028, ​ພາຍຫຼັງ​​ສ້າງ​ສຳ​ເລັດ​ແລ້ວ, ຈະ​ປະ​ຢັດ​ອາຍ​ແກັດ​ທຳ​ມະ​ຊາດ 37 ຕື້​ແມັດ​ກ້ອນ​ຕໍ່​ປີ.

 

ທ່ານ​ມິ​ຊີ​ໂຢ​ເຢັບ​ກ່າວ​ວ່າ, ຄຽງ​ຄູ່​ກັບໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ເລີ່ມລົງ​ມື​ກໍ່​ສ້າງ​, ອຸ​ສ​ເບ​ກີ​ສະ​ຖານ ແລະ​ຣັດ​ເຊຍ​ໄດ້​ເປີດ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່.

 

ຕາມ​ສະ​ຖິ​ຕິ​ຂອງ​ເຈົ້າ​ໜ້າ​ທີ່​ອຸ​ສ​ເບ​ກີ​ສະ​ຖານ, ປະ​ຈຸ​ບັນ​ປະ​ລິ​ມານ​ໄຟ​ຟ້າ 85%ຂອງ​ປະ​ເທດ​ດັ່ງ​ກ່າວ​ແມ່ນ​ຜະ​ລິດ​ດ້ວຍ​ຖ່ານ​ຫີນ ແລະ​ອາຍ​ແກັດ​ທຳ​ມະ​ຊາດ, ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປ​ະ​ຊາ​ຊົນ​ນັບ​ມື້​ດີ​ຂຶ້ນ, ຄວາມ​ຕ້ອງ​ການ​ຕໍ່​ພະ​ລັງ​ໄຟ​ຟ້າ​​ໄດ້ເພີ່ມ​ຂຶ້ນ​ຄູ່​ປີ, ຄາດ​ວ່າ​ຮອດ​ປີ 2030 ຄວາມ​ຕ້ອງ​ການ​​ຕໍ່ພະ​ລັງ​​ໄຟ​ຟ້າ​ຂອງ​ປະ​ເທດ​ຕົນຈະ​ເພີ່ມ​ຂຶ້ນ​ຄົບເທົ່າ.

ຄຳ​ເຫັນ

0