何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ “​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ກຳ​ຈັດຂີ​ປະ​ນາ​ວຸດໄລ​ຍະ​ກາງ ແລະ​ມໍ່​ໄລ​ຍະ​ກາງ​ລະ​ຫວ່າງ​ອາ​ເມ​ລິ​ກາ-​ສະ​ຫະ​ພາບ​ໂຊວຽດ​” ນັ້ນ​ແມ່ນເພື່ອ​ສະ​ແຫວງ​ຫາ​ໂລກ​ຂົ້ວ​ດຽວ

2018-10-21 14:52:49 CRI

ວັນ​ທີ 21 ຕຸ​ລາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້ຖະ​ແຫຼງກ່ຽວ​ກັບ​ເລື່ອງ​ປະ​ທາ​ນາ​ທິ​ບໍ​ດີ​ໂດ​ໂນ ທ​ຣຳ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ​ອາ​ເມ​ລິ​ກາ​ຈະ​ຖອນ​ອອກ​ຈາກ “​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ກຳ​ຈັດ​​ຂີ​ປະ​ນາ​ວຸດໄລ​ຍະ​ກາງ ແລະ​​ມໍ່​ໄລ​ຍະກາງ​ລະ​ຫວ່າງ​ອາ​ເມ​ລິ​ກາ​-​ສະ​ຫະ​ພາບ​ໂຊວຽດ​” ໂດຍ​ກ່າວ​ວ່າ, ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ​ກໍເພື່ອ​ສະ​ແຫວງ​ຫາ​ໂລກ​ຂົ້ວ​ດຽວ.

 

ໃນ​ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ລົງ​ພິມ​ບົດ​ວິ​ຈານ​ໂດຍ​ລະ​ບຸ​ວ່າ, ​ອາ​ເມ​ລິ​ກາຢາກ​ຖອນ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ມາ​ແຕ່​ດົນ​ແລ້ວ, ແລະ​ຣັດ​ເຊຍ​ກໍ​​ໄດ້​ເປີດ​ເຜີຍ​ເຈ​ຕະ​ນາ​ນີ້​ຂອງ​ອາ​ເມ​ລິ​ກາ​ມາຫຼາຍ​ເທື່ອ. ອາ​ເມ​ລິ​ກາ​ເຈ​ຕະ​ນາ​ສະ​ແຫວງ​ຫາ​ໂລກ​ຂົ້ວ​ດຽວ, ແຕ່​ມັນ​ບໍ່​ອາດ​ເປັນ​ໄປ​​ໄດ້​ໃນ​ໂລກ​ປະ​ຈຸ​ບັນ​ນີ້.

 

ບົດ​ວິ​ຈານຊີ້​ອອກວ່າ, ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ມີ​ຈຸດ​ປະ​ສົງ​ຄ້າຍ​ຄື​ກັນກັບ​ການ​ຖອນ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ສາ​ກົນ​ອື່ນໆ, ເພາະ​ສົນ​ທິ​ສັນ​ຍາ​ສາ​ກົນ​ເຫຼົ່າ​ນີ້​ໄດ້​ກຳ​ນົດ​ວ່າ​ອາ​ເມ​ລິ​ກາ​ມີ​ຖາ​ນະ​ສະ​ເໝີ​ພາບ​ກັບ​ປະ​ເທດ​ອື່ນ, ແຕ່ບໍ່​ໄດ້​ມອບ​ສິດ​ພິ​ເສດ​ໃຫ້​ແກ່​ອາ​ເມ​ລິ​ກາ.

 

ທ່ານ​ແຟຼນ​ສ ຄຼິນ​ເຊວິກ ຮອງ​ປະ​ທານຜູ້​ທີ 1 ຄະ​ນະ​ກຳ​ມາ​ທິ​ການ​ປ້ອງ​ກັນ​ປະ​ເທດ ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ພາ​ສູງ​ຣັດ​ເຊຍ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ເປັນ​ສິ່ງ​ທ້າ​ທາຍ​ອັນ​ໜັກ​ໜ່ວງ​ຕໍ່​ຣັດ​ເຊຍ ກໍ​ຄື​ທົ່ວ​ໂລກໂດຍຈະ​ພາ​ໃຫ້​ເກີດ​ການ​​ຊ່ວງ​ແສງ​ປະ​ກອບ​ອາ​ວຸດ​ຮອບ​ໃໝ່​ໃນ​ທົ່ວ​ໂລກ.

ຄຳ​ເຫັນ

0