覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ກ່າວ​ວ່າ ກຸ່ມ IS ຢູ່ຊີ​ຣີ​ໄດ້​ຖືກ​ດັບ​ສູນ​ຢ່າງ​ສິ້ນ​ເຊີງແລ້ວ

2018-10-21 17:17:02 cri

 ໂທ​ລະ​ພາບRTຣັດ​ເຊຍ​ລາຍ​ງານ​ວ່າ: ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເປີດກວ້າງ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 5 ທີ່​ຈັດ​ຂຶ້ນຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 20 ຕຸ​ລາ​ນີ້, ທ່ານ​ເຊີ​ແກ ໂຊ​ອີ​ກູ  ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ເປີດ​ເຜີຍ​ວ່າ: ​ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກກອງ​ທັບ​ຣັດ​ເຊຍ​ມາ​ເປັນ​ເວ​ລາ 3 ປີ​, ເຄືອ​ຂ່າຍກຸ່ມ​ຫົວ​ຮຸນ​ແຮງ IS ​ຢູ່​ຊີ​ຣີ​ຖືກ​ດັບ​ສູນ​ຢ່າງ​ສິ້ນ​ເຊີງແລ້ວ.
 

 ມື້​ດຽວ​ກັນ, ໂທ​ລະ​ພາບ RTຣັດ​ເຊຍ​​ໄດ້​ອ້າງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ​ໂຊ​ອີ​ກູ​ມາ​ລາຍ​ງານ​ວ່າ: ຈາກ​ການ​ສະ​ໜັບ​ສະ​ໜູນ​ຂອງກອງ​ທັບ​ຣັດ​ເຊຍ, ກຸ່ມ​ປະ​ກອບ​ອາ​ວຸດລວມ​ທັງ​ໝົດຫຼາຍກວ່າ 87.500 ຄົນ​​ຢູ່​ຊີ​ຣີ​ຖືກ​ດັບ​ສູນ​ແລ້ວ, ດິນ​ແດນ​ຊີ​ຣີຫຼາຍກວ່າ 95% ແລະ​ເຂດ​ຊຸມ​ຊົນ 1411 ແຫ່ງ​ເຊິ່ງ​ລວມ​ທັງ​ຕົວ​ເມືອງ​ສຳ​ຄັນ​ຕ່າງໆ​ໄດ້​ຮັບ​ການ​ປົດ​ປ່ອຍ, ສິ່ງ​ກໍ່​ສ້າງ​ຂອງ​ກຸ່ມ​ກໍ່​ກ​ານ​ຮ້າຍ​ປະ​ມານ 122.000 ແຫ່ງ​ຖືກ​ທຳ​ລາຍ​ໝົດ.
 

 ທ່ານ​ໂຊ​ອີ​ກູ​ກ່າວ​ເນັ້ນ​ວ່າ: ປັດ​ຈຸ​ບັນ​ຢູ່​ຊີ​ຣີ​ມີ​ປະ​ຊາ​ຊົນຫຼາຍກວ່າ 90% ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຄວບ​ຄຸມ​ຂອງ​​ກອງ​ທັບ​ລັດ​ຖະ​ບານ​ຊີ​ຣີ, ການ​ສື່​ສານ​ໂທ​ລະ​ຄົມ​ສຳ​ຄັນ​ພາຍ​ໃນ​ປະ​ເທດ​ກໍ​ໄດ້​ຟື້ນ​ຟູ​ການ​ບໍ​ລິ​ການ​ແລ້ວ.

ຄຳ​ເຫັນ

0