覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຸດຍອດ​ຄູ່​ຮ່ວມ​ເປົ້າ​ໝາຍ​ສີ​ຂຽວ​ໂລກ​ຄັ້ງ​ທຳ​ອິດຈັດ​ຂຶ້ນ​ຢູ່​ດານ​ມາກ

2018-10-21 14:31:31 cri

ກອງ​ປະ​ຊຸມ​ສຸດຍອດ​ຄູ່​ຮ່ວມ​ເປົ້າ​ໝາຍ​ສີ​ຂຽວ​ໂລກ2030ຫຼືP4Gຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ໂກ​ເປັນ​ຮາກປະ​ເທດ​ດານ​ມາກ​ແຕ່​ວັນ​ທີ 19- 20 ຕຸ​ລາ​ນີ້.
 

ເພື່ອ​ລົງ​ເລິກ​ຊຸກ​ຍູ້​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ແບບ​ສີ​ຂຽວ​ແລະ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ, ເລັ່ງ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເມື່ອ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ປີ 2017 ຜ່ານ​ມາ, ທ່ານລາ​ສ ລອກ​ເຄີ ຣາ​ສ​ມູ​ເຊັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ດານ​ມາກ​ໄດ້​ສະ​ເໜີ​ຂໍ​ລິ​ເລີ່ມ​ສາ​ກົນ “ຮ່ວມ​ມື​ກັນ​ສ້າງ​ຄູ່​ຮ່ວມ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ສີ​ຂຽວ​ຂອງ​ໂລກ”​ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະ​ຫວ່າງ​ພາກ​ລັດ​ແລະ​ພາກ​ເອ​ກະ​ຊົນ​ແບບ​ບຸ​ກທະ​ລຸ, ເລັ່ງ​ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ສີ​ຂຽວ, ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ;ເປົ້າ​ໝາຍ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ​ແລະ​ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ໃໝ່; ຂົງ​ເຂດ​ວຽກ​ງານ​ຈຸດ​ສຸມ​ປະ​ກອບ​ມີ​ພະ​ລັງ​ງານ, ນ້ຳ,ການ​ນຳ​ໃຊ້​ທີ່​ດິ​ນ​ກັບ​ກະ​ສິ​ກຳ, ຕົວ​ເມືອງ,ເສດ​ຖະ​ກິດ​ໝູນ​ວຽນ.
 

 ທ່ານ​ຫວາງ​ຈື້​ກ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ໄດ້​ປະ​ກອບ​ຄຳ​ຄິດ​ເຫັນ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ເນື້ອ​ໃນ​ຈິດ​ໃຈ​ອັນ​ເລິກ​ເຊິ່ງ​ຂອງ​ແນວ​ຄິດ​ພັດ​ທະ​ນາ​ໃໝ່​ໂດຍ​ສະ​ເພາະ​ແມ່ນ​ແນວ​ຄິດ​ພັດ​ທະ​ນາ​​ແບບສີ​ຂ​ຽວ ທັງ​ໄດ້​ສະ​ແດງ​ເຈດ​ຈຳ​ນົງ​ຂອງ​ຈີນ​ທີ່​ຍຶດ​ໝັ້ນ​ວິ​ໄສ​ທັດ​ໂລກ ແລະ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ແລະ​ເປີດ​ປະ​ຕູ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ໂລກ​ໃນ​ຂົງ​ເຂດ​ພັດ​ທະ​ນາ​ແບບ​ຍືນ​ຍົງ ເຊິ່ງ​ໄດ້​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ມີ​ຄວາມ​ສົນ​ໃຈ​ແລະ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ.
 

ບົນ​ດາຫົວ​ໜ້າ​ລັດ​ຖະ​ບານ , ຫົວ​ໜ້າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຊ່ຽວ​ຊານ​ວິ​ຊາ​ການ, ຜູ້​ຕ​າງ​ໜ້າ​ອົງ​ກ​ານ​ຈັດ​ຕັ້ງ​ປະ​ຊ​າ​ຊົນ​ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຈາກວົງ​ການ​ກ່ຽວ​ຂ້ອງ​ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ການ​ທີ່​ເຮັດ​ແນວ​ໃດ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ແບບ​ໃໝ່​ເພື່ອ​ຊຸກ​ຍູ້​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ໜ້າ​ທີ່​ວຽກ​ງານ​ຕາມ​ທີ່​ກຳ​ນົດ​ໄວ້​ໃນ​ສັນ​ຍາ​ປາ​ຣີ​ວ່າ​ດ້ວຍ​ດິນ​ຟ້າ​ອາ​ກາດ.

ຄຳ​ເຫັນ

0