何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

​ໃນ​ການ​ລະ​ບາດ​ອີກ​ຮອບ​ຢູ່​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ກົງ​ໂກ,ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ຕິດ​ເຊື້ອ​ອີ​ໂບ​ລາ​ເພີ່ມ​ຂຶ້ນ​ເປັນ 200 ຄົນ

2018-10-21 15:06:59 CRI

ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ກົງ​ໂກ​ຖະ​ແຫຼງໃນຕອນ​ຄ່ຳ​ວັນ​ທີ 20 ຕຸ​ລາ​ນີ້ວ່າ, ໃນ​ການ​ລະ​ບາດ​ອີກ​ຮອບ​ໃໝ່​ຂ​ອງ​ເຊືຶ້ອ​ພະ​ຍາດ​ອີ​ໂບ​ລາ​ຢູ່​ປະ​ເທດ​ຕົນ, ຜູ້​ຖືກ​ບົ່ງ​ມະ​ຕິ​ຕິດ​ເຊື້ອ​ພະ​ຍາດ​ອີ​ໂບ​ລາ​ໄດ້​ເພີ່ມ​ຂຶ້ນ​ເປັນ 200 ຄົນ, ໃນ​ນັ້ນ 117 ຄົນ​ເສຍ​ຊີ​ວິດ.

 

ສະ​ຖິ​ຕິ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກົງ​ໂກສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 200 ຄົນ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໄຂ້​ເລືອດ​ອອກ​ຍ້ອນ​ເຊື້ອ​ພະ​ຍາດ​ອີ​ໂບ​ລາ​ນັ້ນ, ມີ 61 ຄົນໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ເຊົາ​ແລ້ວ, ນອກ​ນັ້ນ ມີ 40 ຄົນ​ທີ່​ສົງ​ໄສ​ຕິດ​ເຊື້ອ​ນັ້ນ​ກຳ​ລັງ​ຄອຍ​ຖ້າ​ຜົນ​ບົ່ງ​ມະ​ຕິ​ຢູ່.

 

ກ່ອນ​ໜ້າ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ຊີ້​ອອກວ່າ, ຍ້ອນ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດຮຸນ​ແຮງ​ຂຶ້ນ, ປະ​ຊ​າ​ຊົນ​ສ່ວນ​ໜຶ່ງ​ປະ​ຕິ​ເສດ​ບໍ່​ຍອມ​ສັກ​ຢາ​ວັກ​ແຊງ, ແລະ​ປັດ​ໄຈ​ອື່ນໆ, ​​​ການແຜ່​ລະ​ບາດ​ຮອບ​ໃໝ່​ຂອງ​ເຊື້ອ​ພະ​ຍາດ​ອີ​ໂບ​ລາ​​ຈຶ່ງ​ມີ​ຄວາມ​ສ່ຽງ​ສູງ​ຢູ່​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ກົງ​ໂກ ແລະ ປະ​ເທດ​ອ້ອມ​ຂ້າງ. ຕາມ​ຜົນ​ການ​ປະ​ເມີນຫຼ້າ​ສຸດ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເທື່ອ​ນີ້​ຍັງ​ບໍ່​​ເຖິງ​ຂັ້ນເປັນ​ເຫດ​ການ​​ສ​າ​ທາ​ລະ​ນະ​ສຸກ​ແບບ​ສຸກ​ເສີນທີ່​​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ເປັນ​ຫ່ວງ​.

 

ໃນ​ຕົ້ນ​ເດືອນ​ສິງ​ຫາ​ຜ່ານ​ມາ, ​ສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ກົງ​ໂກ​ໄດ້​ຢືນ​ຢັນ​ເກີດ​ການ​ແຜ່​ລະ​ບາດ​ເຊື້ອພະ​ຍາດ​ອີ​ໂບ​ລາ​ຮອບ​ໃໝ່, ເຊິ່ງ​ເປັນຮອບ​ທີ 10 ນັບ​ແຕ່​ປະ​ເທດ​ດັ່ງ​ກ່າວ​ພົບ​ເຊື້ອ​​ພະ​ຍາດອີ​ໂບ​ລາ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 1976 ເປັນ​ຕົ້ນ​ມາ. ​ວັນ​ທີ 24 ກໍ​ລະ​ກົດ​ຜ່ານ​ມາ, ປະ​ເທດ​ດັ່ງ​ກ່າວຫາ​ກໍ​ປະ​ກາດ​ການ​ລະ​ບາດ​ເຊື້ອ​​ພະ​ຍາດອີ​ໂບ​ລາ​ສິ້ນ​ສຸດ​ລົງ, ໂດຍ​ມີ 33 ຄົນ​ເສຍ​ຊີ​ວິດ​ຍ້ອນ​ຕິດ​ເຊື້ອ​​ພະ​ຍາດອີ​ໂບ​ລາ.

ຄຳ​ເຫັນ

0